ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ

- 1y - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ
- kitchen vibe - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ

ໃນລະຫວ່າງທ້າຍເດືອນ ສິງຫາ 2017 ນີ້, ທລຍ ເມືອງ ວຽງ ພູຄາ ແຂວງຫລວງນໍ້າທາ ຮ່ວມກັບຂະແໜງພັດທະນາຊົນ ນະບົດ ແລະ ຂະແໜງສາທາລະ ນະສຸກໄດ້ເຝິກອົບຮົມການຈັດ ຕັ້ງປະຕິບັດໂຄງການສ້ອມແປງ ລະບົບນໍ້າລິນ ຮອບວຽນທີ 14 (ປີ 2017) ຢູ່ບ້ານ ພູລັນເໜືອ ແລະ ບ້ານ ນໍ້າລຸງກຸ່ມບ້ານນໍ້າສິງ ເມືອງວຽງພູຄາ ແຂວງຫຼວງ ນໍ້າທາ ໂດຍການເປັນປະ ທານ ຂອງທ່ານ ນາຍບ້ານ ພູລັນເໜືອ ແລະ ບ້ານ ນໍ້າລຸງ ມີຜູ້ເຂົ້າຮ່ວມ ທັງໝົດປະມານ 150 ກວ່າຄົນ, ຍິງ 80 ຄົນ.

 

- Visit Laos Visit SALANA BOUTIQUE HOTEL - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ

 

- 7421 300x203 - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ

 

 

+ ລາວເປີດໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະ ພັດທະນາການປະມົງ

+ ສາທານະຄອນຫຼວງປຸກລະດົມຊຸມຊົນເອົາໃຈສະກັດກັ້ນໄຂ້ເລືອດອອກ

 

ໃນການຈັດຊຸດ ເຝິກອົບ ຮົມຄັ້ງນີ້ ແມ່ນເພື່ອເສີມສ້າງ ຄວາມເຂັ້ມແຂງ ແລະ ຄວາມ ເຂົ້າ ໃຈໃຫ້ກັບທີມງານຈັດຕັ້ງ ປະຕິບັດຂັ້ນບ້ານ, ອໍານາດການ ປົກຄອງບ້ານ ແລະ ປະຊາຊົນ ພາຍໃນບ້ານ ໃຫ້ມີຄວາມເຂົ້າ ຕໍ່ກັບລະບຽບຫຼັກການ, ຮູບ ແບບວິທີການສ້ອມແປງນໍ້າ ລິນ, ການປະສົມຫິນແຮ່-ຊາຍ, ການແບ່ງຈຸແບ່ງໜ່ວຍການ ຈັດຕັ້ງປະຕິບັດໃນແຕ່ລະມື້ ແລະ ມີຄວາມສາມັກຄີກັນ ໃນ ການສ້ອມແປງນໍ້າລິນໃຫ້ສໍາ ເລັດຕາມເປົ້າໝາຍທີ່ວາງໄວ້.

 

 

- 425 300x236 - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ

 

ນອກຈາກນັ້ນຍັງໄດ້ ອະທິ ບາຍ ໃຫ້ຄວາມກະຈ່າງແຈ້ງ ເຖິງວິທີການຈັດຕັ້ງປະຕິບັດພາຍ ໃຕ້ລະບຽບຫຼັກການຂອງກອງ ທຶນ ຫຼຸດຜ່ອນ ຄວາມທຸກຍາກກໍ ຄື ຜູ້ໃຫ້ທຶນ ເຊັ່ນ: ການນໍາໃຊ້ ເງິນບໍລິຫານບ້ານ 3% ແລະ ກຸ່ມ ບ້ານ 2% ຢ່າງລະອຽດ ແລະ ຈະແຈ້ງ ຄຽງຄູ່ ກົນໄກສະແດງ ຄໍາຄິດຄໍາເຫັນ ແລະ ລາຍງານ ບັນຫາຕ່າງໆ ຜ່ານແຕ່ລະຊອງ ທາງ ໃນລະຫວ່າງການຈັດຕັ້ງ ປະຕິບັດຈົນສໍາເລັດໂຄງການ. ເຊິ່ງເຫັນໄດ້ວ່າຊຸມຊົນມີຄວາມ ເຂົ້າໃຈຕໍ່ກັບລະບຽບຫລັກການ, ຂັ້ນຕອນ ແລະ ຮູບແບບວິທີການ ຈັດຕັ້ງປະຕິບັດຢ່າງລະອຽດ ແລະ ພ້ອມທີ່ຈະເປັນເຈົ້າການ ໃນການສ້ອມແປງນໍ້າລິນໃຫ້ສໍາ ເລັດຕາມຄາດໝາຍທີ່ວາງໄວ້.

- 5 - ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຂັ້ນທ້ອງຖິ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!