ບໍລິສັດຈັດງານຄອນເສີດປີໃໝ່ລາວ ຢູ່ສະຫວັນນະເຂດ ຊີ້ແຈງເຫດການທີ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ຢູ່ໃນງານ


ວັນທີ 16 ເມສາ 2023, ບໍລິສັດ ຄົມປັນຍາ ໃນນາມຜູ້ຮັບຜິດຊອບຈັດງານຄອນເສີດປີໃໝ່ລາວ 2023 ທີ່ສູນການຄ້າສະຫວັນໄອເຕັກ ແຂວງ ສະຫວັນນະເຂດ ໄດ້ຊີ້ແຈງວ່າ: ໃນງານດັ່ງກ່າວໄດ້ເກີດອຸບັດເຫດທີ່ບໍ່ຄາດຄິດຂຶ້ນໃນວັນທີ 15 ເມສາ 2023 ທີ່ຜ່ານມາ ຕໍ່ກັບເຫດການ ດັ່ງກ່າວມີຜູ້ໄດ້ຮັບຜົນກະທົບລວມທັງໝົດ 7 ຄົນ, ໃນນັ້ນມີຜູ້ບາດເຈັບ 6 ຄົນ, ກັບບ້ານໄດ້ແລ້ວ 4 ຄົນ (ບາດເຈັບເລັກໜ້ອຍ), ຍັງຕິດຕາມອາການ 2 ຄົນ (ບາດເຈັບເລັກໜ້ອຍ) ແລະ ຜູ້ເສຍຊີວິດ 1 ຄົນ. ທາງບໍລິສັດຮູ້ສຶກເສຍໃຈເປັນຢ່າງຍິ່ງຕໍ່ກັບເຫດການດັ່ງກ່າວ ແລະ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ໄດ້ຮັບຜົນກະທົບໃນເຫດການຄັ້ງນີ້ດ້ວຍ.
ໂດຍນັບແຕ່ເກີດເຫດທາງບໍລິສັດໄດ້ສະແດງເຈດຈໍານົງພ້ອມຮັບຜິດຊອບຕໍ່ເຫດການທຸກຢ່າງທີ່ເກີດຂຶ້ນ ບໍລິສັດກໍບໍ່ໄດ້ນິ້ງນອນໃຈ ໄດ້ໃຫ້ການຊ່ວຍເຫລືອ, ຕິດຕາມເບິ່ງແຍງ ແລະ ປົວແປງສະພາບຈິດໃຈຢ່າງໃກ້ຊິດ. ໃນເບື້ອງຕົ້ນພວກເຮົາໄດ້ຮັບຜິດຊອບປິ່ນປົວ ແລະ ມອບເງິນຊ່ວຍເຫລືອແກ່ຄອບຄົວ ຜູ້ສູນເສຍ ແລະ ຜູ້ໄດ້ຮັບບາດເຈັບໃນທຸກດ້ານຢ່າງເຕັມທີ່.
ຄວາມປອດໄພເປັນສິ່ງທີ່ພວກເຮົາເອົາໃຈໃສ່ຢ່າງຈິງຈັງໃນການຈັດງານ, ປັດຈຸບັນພວກເຮົາໄດ້ເລັ່ງດໍາເນີນການ ໂດຍປະສານສົມທົບກັບເຈົ້າໜ້າທີ່, ອໍານາດການປົກຄອງແຂວງ ສະຫວັນນະເຂດ ແລະ ຜູ້ຊ່ຽວຊານສະເພາະດ້ານ ເພື່ອກວດສອບຫາສາເຫດທີ່ກໍ່ໃຫ້ເກີດເຫດການດັ່ງກ່າວ. ບໍລິສັດຄົມປັນຍາ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ໄດ້ຮັບຜົນກະທົບກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້ດ້ວຍ.