ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022

ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022 - 255462 - ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022
ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022 - kitchen vibe - ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022

ສຳນັກຂ່າວຕ່າງປະເທດລາຍງານ:  ວັນທີ 15 ເມສາ 2023 ຜ່ານມາ, ເວທີປຶກສາຫາລືປະເທດສົ່ງອອກແກັສທຳມະຊາດທີ່ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງໂດຮາ ປະເທດກາຕາ ໄດ້ເປີດເຜີຍ “ບົດລາຍງານວ່າດ້ວຍຕະຫລາດແກັສທຳມະຊາດປະຈຳປີ 2023” ໂດຍສະແດງໃຫ້ເຫັນວ່າ: ໃນປີ 2022, ກາຕາໄດ້ສົ່ງອອກແກັສທຳມະຊາດປະເພດແຫຼວ 80.000.000 ໂຕນ ແລະ ກາຍເປັນປະເທດສົ່ງອອກແກັສທຳມະຊາດປະເພດແຫຼວໃຫຍ່ທີ່ສຸດ, ຮອງລົງມາແມ່ນອົດສະຕາຣີ ທີ່ເປັນປະເທດສົ່ງອອກແກັສທຳມະຊາດປະເພດແຫລວໃຫຍ່ທີ່ສຸດໃນປີ 2021, ສ່ວນອາເມຣິກາ ແລະ ຣັດເຊຍຢູ່ອັນດັບທີ 3 ແລະທີ 4 ຕາມລຳດັບ.

ບົດລາຍງານຍັງໄດ້ສະແດງໃຫ້ເຫັນວ່າ: ໃນປີ 2022, ປະລິມານການສົ່ງອອກແກັສທຳມະຊາດປະເພດແຫລວຂອງທົ່ວໂລກໄດ້ບັນລຸເຖິງ 399.000.000 ໂຕນ ເຊິ່ງໄດ້ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຄາດວ່າ: ປະລິມານການສົ່ງອອກແກັສທຳມະຊາດປະເພດແຫລວຂອງທົ່ວໂລກຈະສືບຕໍ່ເພີ່ມຂຶ້ນ 4,2%, ບັນລຸເຖິງ 435.000.000 ໂຕນ.

ເວທີປຶກສາຫາລືປະເທດສົ່ງອອກແກັສທຳມະຊາດສ້າງຕັ້ງຂຶ້ນເມື່ອປີ 2001. ປັດຈຸບັນ, ເວທີເປິກສາຫາລືດັ່ງກ່າວມີ 11 ປະເທດສະມາຊິກ ລວມທັງກາຕາ, ຣັດເຊຍ, ອີຣານ ແລະ 7 ປະເທດສັງເກດການ ລວມທັງອີຣັກ, ອາແຊກໄບຊານ ແລະ ເປຣູ.

ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022 - 5 - ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022
ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022 - 3 - ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022
ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022 - 4 - ກາຕາ ກາຍເປັນປະເທດສົ່ງອອກແກັສທຳມະຊາດ ໃຫຍ່ທີ່ສຸດ ໃນປີ 2022