ນາຍົກກຳປູເຈຍຂູ່ຍຸບພັກຝ່າຍຄ້ານ




ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ຂູ່ຍຸບພັກຝ່າຍຄ້ານ ຖ້າຍັງໃຫ້ການສະໜັບສະໜູນທ່ານ ເກິມ ສຸພາ ຜູ້ນຳພັກຄົນປັດຈຸບັນຂອງພັກກູ້ຊາດກຳປູເຈຍ (CNRP) ເຊິ່ງຖືກຂໍ້ຫາເປັນກະບົດຮ່ວມມືກັບອາເມລິກາຫວັງກຸມອຳນາດໃນປະເທດ.
ກ່ອນໜ້ານີ້, ມີການເຜີຍແຜ່ຫລັກຖານເປັນວີດີໂອທີ່ຖືກບັນທຶກໃນປີ 2013 ເຊິ່ງເປັນໄລຍະເວລາທີ່ທ່ານ ເກິມ ສຸພາ ພວມຫາລືກ່ຽວກັບກົນລະຍຸດ ເພື່ອໃຫ້ໄດ້ຮັບໄຊຊະນະການເລືອກຕັ້ງພາຍໃຕ້ການຊ່ວຍເຫລືອຈາກຊາວອາເມລິກາ. ເຖິງຢ່າງໃດກໍຕາມ ທະນາຍຂອງທ່ານ ເກິມ ສຸພາ ເຫັນວ່າ: ຫລັກຖານດັ່ງກ່າວເປັນເລື່ອງຕາຫຼົກ ແລະ ກ່າວວ່າ: ເປັນການໂອ້ລົມກ່ຽວກັບກົນລະຍຸດການເລືອກຕັ້ງ.
ທ່ານ ເກິມ ສຸພາ ຖືກຈັບ ແລະ ຖືກຕັ້ງຂໍ້ຫາເປັນກະບົດ ສົ່ງຜົນໃຫ້ປະເທດຕາເວັນອອກວິພາກວິຈານການກະທຳຂອງທາງການ, ຂະນະທີ່ພັກ CNRP ບໍ່ຍອມຮັບ ແລະ ກ່າວວ່າ: ຈະເດີນໜ້າໃຫ້ການສະໜັບສະໜູນທ່ານ ເກິມ ສຸພາ ໃນຖານະຜູ້ນຳພັກຕໍ່ໄປ.
ເຖິງຢ່າງໃດກໍດີ, ນາຍົກລັດຖະມົນຕີ ຮຸນເຊນ ກ່າວສູນທອນພົດໃນພິທີຈົບການສຶກສາຢູ່ນະຄອນຫຼວງພະນົມເປັນ ໃນວັນທີ 11 ກັນຍາວ່າ: ຖ້າພັກ CNRP ຍັງພະຍາຍາມຂັດຂວາງ ແລະ ເດີນໜ້າປົກປ້ອງກະບົດ, ພັກກໍຖືວ່າເປັນກະບົດນຳເຊັ່ນກັນ. ນັ້ນໝາຍເຖິງບໍ່ສາມາດປ່ອຍໃຫ້ພັກກະບົດດຳເນີນການພາຍໃຕ້ຂະບວນການຕາມລະບອບການປົກຄອງປະຊາທິປະໄຕຂອງກຳປູເຈຍຕໍ່ໄປໄດ້.
ສ່ວນບັນດາສະມາຊິກສະພາຜູ້ແທນລາສະດອນຈາກພັກຝ່າຍຄ້ານເດີນທາງໄປຊຸມນຸມປະທ້ວງຢູ່ສະຖານຄຸມຂັງທ່ານ ເກິມ ສຸພາ ເພື່ອຮຽກຮ້ອງໃຫ້ມີການປ່ອຍຕົວ. ພວກທ່ານອ້າງວ່າ: ການຈັບກຸມຜູ້ນຳພັກຂອງພວກທ່ານເປັນການກະທຳທີ່ບໍ່ເປັນໄປຕາມກົດໝາຍ ເພາະທ່ານ ກິມ ສຸພາ ຄວນໄດ້ຮັບເອກະສິດຄຸ້ມຄອງຈາກການຖືກດຳເນີນຄະດີໃນຖານະ ສສ.