7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ

7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ - IMG 804 - 7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ
7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ - kitchen vibe - 7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ

ວັນທີ 19 ເມສາ 2023 ນີ້, ທ່ານ ພັອ ຄໍາເຫລັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ໄດ້ຖະແຫລງຂ່າວອຸບັດຕິເຫດ 7 ວັນອັນຕະລາຍໄລຍະບຸນປີໃໝ່ລາວ ພສ 2566 ວ່າ: ນັບແຕ່ວັນທີ 11-17 ເມສາ 2023 ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566 (7 ວັນອັນຕະລາຍ) ໃນທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 342 ຄັ້ງ, ພາຫະນະເປ່ເພ 589 ຄັນ, ຄົນໄດ້ຮັບບາດເຈັບ 611 ຄົນ ແລະ ເສຍຊີວິດ 35 ຄົນ ມີຍິງ 6 ຄົນ. ໃນນີ້, ນະຄອນຫລວງວຽງຈັນ ເສຍຊີວິດ 7 ຄົນ, ແຂວງສະຫວັນນະເຂດ 5 ຄົນ, ບໍລິຄຳໄຊ 4 ຄົນ, ບໍ່ແກ້ວ 3 ຄົນ ແລະ ແຂວງອື່ນໆ. ຖ້າທຽບໃສ່ປີຜ່ານມາຈໍານວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ.

ສໍາລັບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ 3 ວັນ (14-16 ເມສາ 2023) ທົ່ວປະເທດ ມີອຸບັດຕິເກດເກີດຂຶ້ນທັງໝົດ 194 ຄັ້ງ, ພາຫະນະເປ່ເພ 337 ຄັນ, ຄົນໄດ້ຮັບບາດເຈັບ 348 ຄົນ ແລະ ເສຍຊີວິດ 18 ຄົນ ຍິງ 2 ຄົນ. ໃນນີ້, ນະຄອນຫລວງວຽງຈັນ 3 ຄົນ. ເຊິ່ງລັກສະນະຂອງການເກີດອຸບັດຕິເຫດແລ້ວເສຍຊີວິດ ແມ່ນລົດຈັກຕໍາລົດຍົນ 96 ຄັ້ງ ເສຍຊີວິດ 6 ຄົນ, ລົດຈັກຕໍາລົດຈັກ 106 ຄັ້ງ ເສຍຊີວິດ 5 ຄົນ, ລົດຈັກລົ້ມເອງ 28 ຄັ້ງ ເສຍຊີິວິດ 5 ຄົນ, ລົດຈັກຕໍາຄົນຍ່າງ 20 ຄັ້ງ ເສຍຊີວິດ 3 ຄົນ, ລົດບັນທຸກຕໍາລົດຈັກ 8 ຄັ້ງ ເສຍຊີວິດ 1 ຄົນ, ລົດຍົນຕໍາຄົນຍ່າງ 4 ຄັ້ງ ເສຍຊີວິດ 1 ຄົນ, ລົດຍົນຕໍາລົດບັນທຸກ 3 ຄັ້ງ ເສຍຊີວິດ 1 ຄົນ ແລະ ເກີດຈາກກໍລະນີອື່ນໆ.

7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ - Visit Laos Visit SALANA BOUTIQUE HOTEL - 7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ

ສ່ວນສາເຫດຂອງການເກີດອຸບັດຕິເຫດ ແມ່ນເກີດຈາກດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ແລ່ນດ້ວຍຄວາມໄວເກີນກຳນົດ, ບໍ່ປ່ອຍສິດ, ແຊງຂຶ້ນທາງໜ້າບໍ່ຮັບປະກັນ, ຂັບຂີ່ກິນທາງ, ປ່ຽນທິດທາງ, ບໍ່ແນບຂວາ ແລະ ອື່ນໆ.

7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ - 5 - 7 ວັນອັນຕະລາຍບຸນປີໃໝ່ລາວ ພສ 2566 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 342 ຄັ້ງ ແລະ ເສຍຊີວິດ 35 ຄົນ ທຽບໃສ່ປີຜ່ານມາຈຳນວນອຸບັດຕິເຫດ ແລະ ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ ແຕ່ຄົນເສຍຊີວິດເທົ່າເດີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!