ແມນ ຊິຕີ ກຽມຍື່ນສັນຍາໃຫມ່ໃຫ້ ຮາແລນ ຫລັງຄ່າຈີກສັນຍາ 150 ລ້ານປອນຖືກລຶບລ້າງ

ແມນເຊສເຕີ ຊິຕີ ຕົກເປັນຂ່າວກຽມຍື່ນສັນຍາໃຫມ່ໃຫ້ກັບ ເອີລິງ ຮາແລນ ກອງໜ້າຕົວເກັ່ງອອກໄປອີກ ພ້ອມມີລາຍງານເພີ່ມວ່າ ເງື່ອນໄຂຈີກສັນຍາມູນຄ່າ 150 ລ້ານປອນໄດ້ຖືກລຶບອອກໄປແລ້ວ.
ສຳລັບ ຮາແລນ ຍ້າຍຈາກ ໂບຣຸສເຊຍ ດອດມຸນ ມາຢູ່ກັບ ແມນເຊສເຕີ ຊິຕີ ໃນລະດູການນີ້ດ້ວຍຄ່າຕົວ 51.2 ລ້ານປອນ ເຊິ່ງດາວເຕະອາຍຸ 22 ປີລາຍນີ້ກໍລະເບີດຜົນງານໃຫ້ກັບ ແມນຊິຕີ ໄດ້ຢ່າງໜ້າປະທັບໃຈດ້ວຍການຍິງໄປແລ້ວ 47 ປະຕູ ຈາກການລົງສະໜາມ 40 ເກມລວມທຸກລາຍການ.
ແນວໃດກໍຕາມໃນສັນຍາສະບັບປັດຈຸບັນດາວຍິງທີມຊາດນໍເວ ກັບ ແມນຊິຕີ ນັ້ນ ລາວມີຄ່າຈີກສັນຍາດ້ວຍເມັດເງິນ 150 ລ້ານປອນ ເຊິ່ງຈະມີຜົນໃນລະດູການ 2024.
ດ້ວຍຄ່າຈີກສັນຍາດັ່ງກ່າວເຮັດໃຫ້ມີລາຍງານວ່າ ຣຽວ ມາດຣິດ ພ້ອມທີ່ຈະທຳການຊື້ຂາຍ ຮາແລນ ໄປເສີມທີມເພື່ອເປັນຕົວແທນຂອງ ເບນເຊມາ ແຕ່ຕ້ອງຢູ່ໃນເງື່ອນໄຂທີ່ວ່ານັກເຕະຕ້ອງການຍ້າຍທີມນຳອີກ.
ແຕ່ຫລ້າສຸດ The Athletic ເປີດເຜີຍວ່າ ແມນຊິຕີ ກຽມຍື່ນສັນຍາໃຫມ່ໃຫ້ ຮາແລນ ຫລັງຄ່າຈີກສັນຍາປັດຈຸບັນໄດ້ຖືກລຶບອອກໄປແລ້ວຈາກກໍລະນີທີ່ ເປບ ກວາດີໂອລາ ຜູ້ຈັດການທີມຊາວສະເປນ ຂະຫຍາຍສັນຍາຄຸມທີມໄປຈົນເຖິງປີ 2025 ຕັ້ງແຕ່ເດືອນພະຈິກ 2022.