ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024

ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024 - GiroudRinnovo 6 e1681961539986 - ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024
ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024 - kitchen vibe - ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024

ເອຊີ ມິລານ ສະໂມສອນຍັກໃຫຍ່ຂອງ ກັລໂຊ ຊີເຣຍອາ ຢືນຢັນຢ່າງເປັນທາງການແລ້ວ ໃນວັນພຸດທີ 19 ເມສານີ້, ວ່າ ໂອຣິວິເຍ ຊິຣູ ກອງຫນ້າຄົນສໍາຄັນ ໄດ້ຕໍ່ສັນຍາໃນຖິ່ນ ຊານຊິໂຣ ອອກໄປຈົນເຖິງທ້າຍເດືອນມິຖຸນາ 2024 ຮຽບຮ້ອຍແລ້ວ.

ນັບເປັນການຂະຫຍາຍສັນຍາອອກໄປຈາກເດີມ. ທີ່ກຳລັງຈະໝົດອາຍຸລົງໃນລະດູຮ້ອນນີ້ ໂດຍລະດູການປະຈຸບັນ ຫົວຫອກອາຍຸ 36 ປີ ລົງຫລິ້ນໃຫ້ກັບ ຜີສາດແດງດຳ ລວມທຸກລາຍການ 38 ນັດ ຍິງໄປ 13 ປະຕູ ລວມເຖິງ 1 ປະຕູຫລ້າສຸດໃນການແຂ່ງຂັນ ຢູຟາ ແຊ້ມປ້ຽນລີກ ຮອບກ່ອນຮອງຊະນະເລີດ ນັດທີ 2 ທີ່ ມິລານ ບຸກສະເໝີ ນາໂປລີ 1-1 ເມື່ອວັນອັງຄານທີ່ຜ່ານມາ. ວັນທີ 18 ເມສາ ມິລານ ຜ່ານເຂົ້າຮອບຮອງຊະນະເລີດ. ດ້ວຍຄະແນນລວມ 2-1 ສໍາລັບສອງເກມ.

ທັ້ງນີ້ ຊິຣູ ໄດ້ຍ້າຍຈາກ ເຊວຊີ ໃນລະດູຮ້ອນປີ 2021 ລົງຫລິ້ນໃຫ້ Rossoneri ໄປແລ້ວ 76 ນັດ ຍິງໄດ້ 27 ປະຕູ ແລະ ເປັນໜຶ່ງໃນນັກເຕະຄົນສຳຄັນຂອງ ສະກູດເຕ້ ລະດູການ 2021-22 ເຊິ່ງຖືເປັນແຊ້ມລີກທຳອິດຂອງສະໂມສອນໃນຮອບ 11 ປີ.

ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024 - 4 - ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024
ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024 - 5 - ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024
ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024 - 3 - ຕອບແທນຜົນງານ ຊິຣູ ຕໍ່ສັນຍາ ກັບ ເອຊີ ມິລານ ເຖິງ 2024