ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ ແຊງຂຶ້ນໜ້າຈີນ

ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - 107227630 1681897906024 gettyimages 1251973126 INDIA POPULATION - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ
ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - kitchen vibe - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ

ກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ເປີດເຜີຍຂໍ້ມູນອັບເດດຫລ້າສຸດໃນວັນທີ 19 ເມສາ ໂດຍພົບວ່າອິນເດຍກໍາລັງຈະແຊງຈີນຂຶ້ນເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກໃນກາງປີນີ້.

ໂດຍລາຍງານສະຖານະການປະຊາກອນໂລກປີ 2023 (State of World Population Report, 2023) ຂອງ UNFPA ຄາດຄະເນວ່າ: ອິນເດຍຈະມີຈໍານວນປະຊາກອນ 1.428.600.000 ຄົນໃນກາງປີ 2023 ເຊິ່ງຫລາຍກວ່າຈໍານວນປະຊາກອນຂອງຈີນເກືອບ 30 ຄົນ ໂດຍຈໍານວນປະຊາກອນຈີນໃນກາງປີນີ້ຄາດວ່າຈະມີ 1.425.700.000 ຄົນ.

ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - Visit Laos Visit SALANA BOUTIQUE HOTEL - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ
ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - Visit Laos Visit SALANA BOUTIQUE HOTEL - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ

ສ່ວນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກເປັນອັນດັບ 3 ຄືອາເມລິກາ ມີຈໍານວນປະຊາກອນປະມານ 340.000.000 ຄົນ.

ທັງນີ້, ຂໍ້ມູນການສໍາຫລວດຈໍານວນປະຊາກອນໂລກຫລ້າສຸດນີ້ປະເມີນຈາກຂໍ້ມູນສໍາມະໂນຄົວຂອງທົ່ວໂລກຈົນຮອດເດືອນກຸມພາ ປີ 2023.

ຜູ້ຊ່ຽວຊານດ້ານປະຊາກອນທີ່ໃຊ້ຂໍ້ມູນກ່ອນໜ້ານີ້ຂອງອົງການສະຫະປະຊາຊາດ (UN) ໄດ້ຄາດຄະເນເອົາໄວ້ວ່າ: ຈໍານວນປະຊາກອນອິນເດຍຈະແຊງຈີນໃນເດືອນເມສາ 2023, ແຕ່ໃນລາຍງານສະບັບຫລ້າສຸດຂອງ UNFPA ບໍ່ໄດ້ລະບຸແບບສະເພາະເຈາະຈົງວ່າຈໍານວນປະຊາກອນຂອງອິນເດຍຈະແຊງໜ້າເມື່ອໃດ, ແຕ່ປະເມີນຂອບໄລຍະເວລາວ່າມີຄວາມເປັນໄປໄດ້ຈະເກີດຂຶ້ນໃນກາງປີ 2023.

ເຈົ້າໜ້າທີ່ດ້ານປະຊາກອນຂອງ UN ກ່າວວ່າ: ບໍ່ສາມາດລະບຸວັນທີແນ່ນອນໄດ້ ເນື່ອງຈາກຄວາມບໍ່ແນ່ນອນຂອງຂໍ້ມູນຈາກອິນເດຍ ແລະ ຈີນ ໂດຍສະເພາະອິນເດຍທີ່ມີການສໍາຫລວດປະຊາກອນຄັ້ງສຸດທ້າຍໃນປີ 2011 ແລະ ການສໍາຫລວດຄັ້ງໃໝ່ມີກໍານົດໃນປີ 2021 ແຕ່ຕ້ອງເລື່ອນອອກໄປເນື່ອງຈາກການແພ່ລະບາດຂອງໂຄວິດ.

ເຖິງຢ່າງໃດກໍຕາມ, ທິດທາງປະຊາກອນໂລກດັ່ງກ່າວເປັນໄປຕາມທີ່ຫລາຍຝ່າຍຄາດຄະເນໄວ້ກ່ອນໜ້ານີ້ ຫລັງຈາກຕົວເລກການເຕີບໃຫຍ່ຂອງຈໍານວນປະຊາກອນຈີນຫລຸດລົງ ໂດຍໃນປີ 2022 ຈໍານວນປະຊາກອນຫລຸດລົງເປັນຄັ້ງທໍາອິດນັບແຕ່ຕົ້ນທົດສະວັດ 1960 ເຊິ່ງກ່ອນໜ້ານີ້ອົງການສະຫະປະຊາຊາດຄາດຄະເນວ່າ ປະຊາກອນຂອງຈີນຈະຫລຸດລົງເຫລືອ 1.313.000.000 ຄົນພາຍໃນປີ 2050

ອ້າງອີງ:

https://www.cnbc.com/…/indias-population-is-on-the…

https://www.bloomberg.com/…/india-surpasses-china-as…

ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - 5 - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ
ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - 3 - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ
ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ - 4 - ກາງປີ 2023 ອິນເດຍ ຈະເປັນປະເທດທີ່ມີປະຊາກອນ ຫລາຍສຸດໃນໂລກ  ແຊງຂຶ້ນໜ້າຈີນ