ຍົກລະດັບວຽກງານການຮ່ວມມືສາກົນໃຫ້ພະນັກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ
ອາທິດຜ່ານມານີ້, ແຂວງສະຫວັນນະເຂດ, ໄດ້ຈັດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງ ວຽກງານແຜນການ ແລະ ການຮ່ວມມືສາກົນໃຫ້ພະ ນັກງານໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນ 10 ແຂວງ ພາກກາງ ແລະ ພາກໃຕ້, ໂດຍການເປັນປະທານຂອງທ່ານ ຮອງເຈົ້າແຂວງສະຫວັນນະເຂດ.
ເພື່ອແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນໃນຂະແໜງ ການດັ່ງກ່າວໃນເຂດພາກກາງ ແລະ ພາກໃຕ້ ມີຄວາມຮັບຮູ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ພັດທະນາແຮງ ງານ ແລະ ສະຫວັດດີການສັງຄົມ, ໂດຍໄດ້ ແນະນຳແບບຟອມການຂຽນບົດສະເໜີໂຄງການ, ເຜີຍແຜ່ນິຕິກຳລະບົບ ສະຖິຕິ ແລະ ຖານຂໍ້ມູນສະຖິຕິດ້ານ ແຮງງານ ແລະ ສະຫວັດດີ ການສັງຄົມ, ແນະນຳຄູ່ມືການສ້າງບ້ານພັດທະນາດ້ານ ແຮງງານ ແລະ ສະຫວັດດີການສັງ ຄົມ, ເຜີຍແຜ່ວຽກງານຮ່ວມມືອາຊຽນ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ການ ສະເໜີເອກະສານຮ່ວມມືໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ,
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີເອກະສານດ້ານວິຊາການ ໃນແຕ່ລະຫົວຂໍ້ແລ້ວນັກສຳມະນາກອນທັງໝົດໄດ້ພ້ອມກັນແລກປຽ່ນຄຳຄິດ ຄຳເຫັນຮ່ວມກັນຢ່າງ ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສາມາດນໍາ ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ.