ຊາວອັບການິດສະຖານປະມານ 6 ລ້ານຄົນເຂົ້າໃກ້ສະພາບອຶດຫິວ ຫລັງ WFP ກຽມໂຈະການຊ່ວຍເຫລືອດ້ານອາຫານແກ່ອັບການິດສະຖານ

ພົນລະເມືອງຊາວອັບການິດສະຖານປະມານ 6 ລ້ານຄົນເຂົ້າໃກ້ສະພາບອຶດຫິວເພີ່ມຂຶ້ນ ຫລັງ “ໂຄງການອາຫານໂລກ” (WFP) ກຽມໂຈະການຊ່ວຍເຫລືອດ້ານອາຫານແກ່ອັບການິດສະຖານ ຖ້າບໍ່ໄດ້ຮັບເງິນທຶນສະໜັບສະໜູນຈໍານວນໃໝ່ໃນມໍ່ໆນີ້ ເຊິ່ງຈະສົ່ງຜົນໃຫ້ WFP ຈະບໍ່ມີຊັບພະຍາກອນພຽງພໍຈະສົ່ງມອບການຊ່ວຍເຫລືອດ້ານອາຫານໃຫ້ບັນດາປະເທດວິກິດ ລວມທັງອັບການິດສະຖານພາຍໃນເດືອນມິຖຸນານີ້.
ໂດຍຊາວອັບການິດສະຖານຈໍານວນ 19,9 ລ້ານຄົນ ໄດ້ຮັບສານອາຫານບໍ່ພຽງພໍ ແລະ ມີຄວາມສ່ຽງຈະຜະເຊີນວິກິດດ້ານຄວາມໝັ້ນຄົງດ້ານອາຫານໃນອະນາຄົດ.
ຄວາມໝັ້ນຄົງ ແລະ ຄວາມມີສະຖຽນລະພາບຂອງອັບການິດສະຖານຖືກສັ່ນຄອນດ້ວຍຄວາມອຶດຫິວ ແລະ ການລົ້າສະຫລາຍທາງເສດຖະກິດ ນັບແຕ່ກຸ່ມຕາລີບັນກັບຂຶ້ນມາມີອໍານາດໃນເດືອນສິງຫາ 2021 ຫລັງສົງຄາມ 20 ປີ ແລະ ການເຂົ້າໄປມີອິດທິພົນຂອງກອງທັບອາເມລິກາໃນພື້ນທີ່ເຂດນັ້ນ ສົ່ງຜົນໃຫ້ເສດຖະກິດຂອງປະເທດທີ່ເຈັບຊໍ້າຈາກສົງຄາມ ແລະ ຄວາມຂັດແຍ່ງນີ້ຕ້ອງອາໄສເງິນທຶນຈາກຕ່າງປະເທດເປັນສ່ວນຫລາຍ. ອີກທັງການກ້າວຂຶ້ນສູ່ອໍານາດທີ່ບໍ່ຍຸຕິທໍາຂອງຕາລີບັນຍັງມີສ່ວນເຮັດໃຫ້ປະຊາຄົມໂລກບໍ່ຍອມຮັບ ແລະ ດໍາເນີນມາດຕະການຂວໍ້າບາດຕໍ່ອັບການິດສະຖານຢ່າງເຂັ້ມງວດຂຶ້ນ.
ນອກຈາກນີ້, ກຸ່ມຕາລີບັນຍັງໄດ້ຮັບກະແສວິພາກວິຈານຢ່າງໜັກເຖິງຄວາມພະຍາຍາມໃນການຈໍາກັດສິດທິ, ເສລີພາບ ລວມທັງພື້ນທີ່ທາງການສະແດງອອກຂອງບັນດາຜູ້ຍິງຊາວອັບການິດສະຖານ ໂດຍສະເພາະບັນຫາເລື່ອງການແຕ່ງກາຍໃຫ້ເໝາະສົມ ລວມທັງການຕັດສິດເຂົ້າເຖິງພື້ນທີ່ທາງການສຶກສາ ແລະ ການເຮັດວຽກພາຍໃນສັງຄົມອັບການິດສະຖານພາຍໃຕ້ລັດຖະບານຕາລີບັນ.
ໂດຍຫລາຍປະເທດໃນປະຊາຄົມໂລກມີຄວາມສ່ຽງຈະຜະເຊີນຄວາມບໍ່ໝັ້ນຄົງທາງດ້ານອາຫານເພີ່ມຂຶ້ນ ເຊິ່ງນອກຈາກຈະມາຈາກປັດໄຈພາຍໃນປະເທດນັ້ນໆ ລວມທັງບັນຫາເລື່ອງສົງຄາມ, ຄວາມຂັດແຍ່ງ ແລະ ສະພາບພະຍາດລະບາດແລ້ວ ຍັງກ່ຽວກັບການປ່ຽນແປງຂອງສະພາບອາກາດໂລກນຳອີກ ສົ່ງຜົນໃຫ້ວິກິດດ້ານມະນຸດສະທໍາໂລກມີທ່າອ່ຽງຮຸນແຮງຂຶ້ນໄປນໍາ.
ອ້າງອີງ:
https://www.aljazeera.com/…/millions-close-to-hunger…