ສະມາຊິກພີເອັສຫລາຍຮ້ອຍຄົນແຫ່ທວງເງິນຄືນນຳບໍລິສັດ
ເຊົ້າວັນທີ 11 ກັນຍານີ້, ສະມາຊິກບໍລິສັດ ພີເອັສ ຈຳນວນຫລວງຫລາຍ ທີ່ມາຈາກທ້ອງຖິ່ນຕ່າງໆໃນທົ່ວປະເທດ, ໄດ້ໄປເຕົ້າໂຮມກັນຢູ່ດ້ານໜ້າປະຕູ ໂຂງທາງເຂົ້າບໍລິສັດດັ່ງກ່າວ, ທີ່ຕັ້ງຢູ່ບ້ານປາກຊາບໃໝ່, ເມືອງໄຊທານີ ນະຄອນຫລວງວຽງຈັນ, ເພື່ອຮຽກຮ້ອງໃຫ້ປະທານສົ່ງເງິນທີ່ຕົນໄດ້ໄປຝາກກັບບໍລິສັດຄືນ, ແຕ່ກໍບໍ່ມີຜົນຫຍັງທັງນັ້ນ, ຍ້ອນບໍລິສັດໄດ້ປະກາດປິດການບໍລິການຂອງບໍລິສັດຊົ່ວຄາວ ນັບແຕ່ວັນທີ 8-15 ກັນຍານີ້, ເພື່ອຫລົບຫລີກການປະເຊີນໜ້າ ແຕ່ຍັງມີສະມາຊິກ ຈຳນວນຫລວງຫລາຍ ໄດ້ພາກັນປັກຫລັກຕັ້ງເຕັ້ນ ແລະ ປູສາດ ເພື່ອລໍຖ້າຄຳຕອບຈາກບໍລິສັດ, ພ້ອມກັນນີ້ ຍັງມີສະມາຊິກຈຳນວນໜຶ່ງ ໄດ້ເກັບເງິນກັນເພື່ອເຊົ່າເຕັ້ນເກືອບ 10 ກວ່າດາງ ແລະ ຊື້ນ້ຳດື່ມມາແຊ່ເຢັນໄວ້ກິນ, ນອກນີ້ ຍັງມີແພດໝໍຈາກສາທາລະນະສຸກເມືອງ ໄດ້ເຂົ້າມາຄອຍໃຫ້ການບໍລິການ ປະເພດຢາດົມ, ຢາໝ່ອງ ສຳລັບຜູ້ທີ່ມີອາການອ່ອນເພຍ ແລະ ອື່ນໆ.
ໃນຕອນບ່າຍຂອງມື້ດຽວກັນ, ທ່ານນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ ແລະ ທ່ານ ປໍເຮີ ຮອງປະທານ ບໍລິສັດ ກໍໄດ້ອອກມາພົບກັບສະມາຊິກເພື່ອເຈລະຈາ ແລະ ມີຄຳເຫັນວ່າ: ພວກເຮົາຫວັງວ່າບັນຫາດັ່ງກ່າວຈະໄດ້ຮັບການແກ້ໄຂດ້ວຍວິທີເໝາະສົມ ແລະ ພ້ອມທັງຂໍໃຫ້ສະມາຊິກມີຄວາມອົດທົນ ເພື່ອໃຫ້ຂະບວນການແກ້ໄຂໄປຕາມລະບຽບກົດໝາຍ.
ສະມາຊິກທ່ານໜຶ່ງ ທີ່ເດີນທາງມາຈາກແຂວງຫລວງພະບາງ ໄດ້ໃຫ້ສຳພາດວ່າ: ພວກຕົນຕ້ອງການພຽງເງິນທີ່ໄດ້ລົງທຶນກັບບໍລິສັດເທົ່ານັ້ນ ແລະ ຂໍຮຽກຮ້ອງໃຫ້ບໍລິສັດຈ່າຍຄືນໂດຍໄວ. ຂະນະທີ່ ສະມາຊິກຄົນໜຶ່ງທີ່ມາຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຕໍ່ບັນຫາດັ່ງກ່າວ ຢາກໃຫ້ພາກລັດທີ່ກ່ຽວຂ້ອງເຂົ້າມາແກ້ໄຂຊ່ວຍໂດຍໄວ ເພື່ອຄວາມຍຸຕິທຳຂອງປະຊາຊົນທີ່ອັບປະໂຫຍດຈາກການຮ່ວມລົງທຶນນຳບໍລິສັດດັ່ງກ່າວ, ພ້ອມນີ້ ສະມາຊິກຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ ໄດ້ຢືນຢັນກັບນັກຂ່າວພວກເຮົາວ່າ: ຈະພ້ອມກັນປັກຫລັກ ເພື່ອກົດດັນໃຫ້ບໍລິສັດສົ່ງເງິນພວກຕົນຄືນໂດຍບໍ່ມີເງື່ອນໄຂ.
ນອກຈາກນີ້, ກໍໄດ້ມີກຳລັງເຈົ້າໜ້າທີ່ເຂົ້າມາຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບທາງດ້ານນອກ ແລະ ດ້ານໃນຂອງບໍລິສັດ ເພື່ອປ້ອງກັນເຫດການທີ່ບໍ່ດີຕ່າງໆຕາມມາ.