ໄລຍະ 2 ເດືອນຕົ້ນປີ 2023 ນັກທ່ອງທ່ຽວເກົາຫລີເຂົ້າມາທ່ຽວ ສປປ ລາວ ມີປະມານ 34.326 ເທື່ອຄົນ
ວັນທີ 20 ເມສາ 2023 ຜ່ານມາ, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສູນອາຊຽນ-ເກົາຫລີ ຈັດສຳມະນາກ່ຽວກັບທ່າອ່ຽງ ແລະ ກະແສນັກທ່ອງທ່ຽວເກົາຫລີ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແຂວງຫລວງພະບາງ, ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີ ທ່ານ ກິມ ເຮຢົງ ເລຂາທິການໃຫຍ່ ສູນອາຊຽນ-ເກົາຫລີ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ມີວິທະຍາກອນຈາກປະເທດ ເກົາຫລີ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພາກທຸລະກິດພາຍໃນແຂວງຫບວງພະບາງ ເຂົ້າຮ່ວມ.
ການສຳມະນາຄັ້ງນີ້, ເປັນກາລະໂອກາດອັນສຳຄັນ ໃນການສົ່ງເສີມຮ່ວມມືດ້ານວຽກງານການທ່ອງທ່ຽວ ລະຫວ່າງ ລາວ-ເກົາຫລີ ໃຫ້ນັບມື້ນັບເຂັ້ມແຂງ ແລະ ກວ້າງຂວາງຍິ່ງຂຶ້ນ, ທັງເປັນເວທີສົນທະນາແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນເພື່ອສ້າງຄວາມເຂົ້າໃຈ ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງທັງສອງປະເທດ ເພື່ອພ້ອມກັນຄົ້ນຄວ້າເບິ່ງສະພາບຄວາມຕ້ອງການຕົວຈິງ, ຊອກຫາວິທີການທີ່ເໝາະສົມ ແລະ ສອດຄ່ອງ ເພື່ອອຳນວຍຄວາມສະດວກ ແລະ ເຮັດໃຫ້ການທ່ອງທ່ຽວລາວ-ເກົາຫລີ ນັບມື້ນັບມີທ່າແຮງ ແລະ ຂະຫຍາຍຕົວຂຶ້ນ.
ທ່ານ ອຸ່ນທວງ ຂາວພັນ ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ມີຄວາມສຳຄັນ ແລະ ມີບົດບາດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫລາຍປະເທດໃນທົ່ວໂລກ ກ່ອນມີການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າຫລາຍປະເທດຈະໄດ້ຮັບຜົນກະທົບຫລາຍພຽງໃດກໍຕາມ, ແຕ່ພາຍຫລັງທີ່ທົ່ວໂລກສາມາດສະກັດກັ້ນ ແລະ ຜ່ອນຜັນບັນດາມາດຕະການຂອງການແຜ່ລະບາດພະຍາດດັ່ງກ່າວ, ອັນໄດ້ເຮັດໃຫ້ການທ່ອງທ່ຽວກັບມາຟື້ນຕົວໄວຢ່າງເຫັນໄດ້ຊັດເຈນທີ່ສຸດ ຂອງທຸກປະເທດໃນໂລກ.
ສຳລັບ ສປປ ລາວ, ລັດຖະບານ ໄດ້ເອົາໃຈໃສ່ ແລະ ເຫັນຄວາມສໍາຄັນຂອງວຽກງານການທ່ອງທ່ຽວສະເໜີມາ ໂດຍສະເພາະພາຍຫລັງການແຜ່ລະບາດຂອງພະຍາດໂດວິດ-19 ໂດຍໄດ້ກຳນົດ ວຽກງານການທ່ອງທ່ຽວເປັນວຽກງານບຸລິມະສິດໃນການກະຕຸ້ນ, ຊຸກຍູ້ເສດຖະກິດຂອງຊາດ ໃນການປະກອບສ່ວນເຂົ້າພັດທະນາສ້າງອາຊີບ, ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ພ້ອມນີ້, ສປປ ລາວ ໄດ້ມີການເປີດກວ້າງການພົວພັນ-ຮ່ວມມືກັບກັບບັນດາປະເທດໃນປະຊາຄົມອາຊຽນ, ອາຊີປາຊີຟິກ ແລະ ສາກົນ. ສປປ ລາວ ແລະ ສ ເກົາຫລີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອສະໜິດແໜ້ນມາແຕ່ດົນນານ ໂດຍໄດ້ມີການຮ່ວມມືກັນທາງດ້ານທຸລະກິດ, ການຊ່ວຍເຫຼືອກັນໃນການພັດທະນາບ້ານຕ່າງໆ, ການເດີນທາງທ່ອງທ່ຽວລະຫວ່າງ ປະເທດພາຍຫຼັງທີ່ ສປປ ລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ. ມາຮອດເດືອນທັນວາ ປີ 2022 ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາ 1.294.365 ຄົນ (ມີກຸ່ມນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ຄື: ນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວເກົາຫລີ). ນັກທ່ອງທ່ຽວເກົາຫລີ ແມ່ນກຸ່ມຕະຫລາດໃຫຍ່ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ສປປ ລາວ ຫລາຍທີ່ສຸດ, (ສໍາລັບໂຕເລກນັກທ່ອງທ່ຽວເກົາຫລີ ໄລຍະ 2 ເດືອນຕົ້ນປີ 2023 ນີ້, ມີຈຳນວນ 34.326 ເທື່ອຄົນ) ຊຶ່ງຮູບແບບການທ່ອງທ່ຽວຂອງນັກທ່ອງທ່ຽວເກົາຫລີ ແມ່ນຈະມາເປັນກຸ່ມໃຫຍ່(ເກົາຫລີ ຟີເວີ), ມີການບອກຕໍ່ໆໂຄສະນາເປັນວົງກວ້າງ, ມີການມາທ່ອງທ່ຽວຍາວຕໍ່ເນື່ອງໃນທຸກໆລະດູການ ແລະ ມີນັກຮ້ອງ, ນັກສະແດງຈາກເກົາຫລີ ມາສ້າງກິດຈະກຳຕ່າງໆ ທີ່ເປັນສີສັນໃຫ້ການທ່ອງທ່ຽວຂອງ ສປປ ລາວ ຊຶ່ງສະຖານທີ່ທ່ອງທ່ຽວຍອດນິ ຍົມແມ່ນ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
ທີ່ມາ: ປະຊາຊົນ