ປົກປ້ອງຄົນກ້າຄິດ ກ້າທຳ ແລະ ສັດຊື່ ຄືກົນໄກທີ່ເຮັດໃຫ້ປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ

ໂດຍ: ລູກເມືອງພວນ
ດັ່ງທີ່ພວກເຮົາຮູ້ແລ້ວວ່າ ຖ້າຢາກເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ ໂດຍໄວ ແລະ ນຳພາປະເທດຊາດກ້າວເຂົ້າສູ່ຍຸກເສດຖະກິດດີຈິຕອນເທື່ອລະກ້າວ ລາຍຮັບແຫ່ງຊາດຢູ່ໃນລະດັບປານກາງສູງ, ຢາກເຮັດໄດ້ຄືແນວນັ້ນ ປັດໄຈຕັດສິນຊີ້ຂາດ ແລະ ຕົ້ນຕໍທີ່ສຸດກໍຍັງແມ່ນຄົນ. ຄົນກໍຕ້ອງແມ່ນຄົນທີ່ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ. ຫາກບໍ່ແມ່ນຄົນທີ່ດ້ອຍຄວາມຮູ້ ເສື່ອມເສຍທາງດ້ານຄຸນທາດ, ຄົນບໍ່ມີລະບຽບວີໄນ ບໍ່ໃສ່ໃຈກັບການພັດທະນາປະເທດຊາດ ຫາແຕ່ໂອກາດສໍ້ໂກງກິນບ້ານກິນເມືອງ. ດັ່ງທີ່ປະທານໄກສອນໄດ້ສັ່ງສອນໄວ້ວ່າ: “ປະເທດຊາດບໍສາມາດຝາກຊະຕາກຳໄວ້ນຳຄົນໂງ່ຈ້າ ແລະ ບໍ່ມີລະບຽບວິໄນ” .
ດັ່ງນັ້ນ, ຈຶ່ງເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງໄດ້ຫາຄົນດີ ມີສິນ ທຳ ກ້າຄິດ ກ້າທຳ ກ້າຮັບຜິດຊອບ ຊຶ່ງຄົນພວກນີ້ສົມຄວນທີ່ຈະໄດ້ຮັບການສົ່ງເສີມ ຊຸກຍູ້ ແລະ ປົກປ້ອງຢ່າງດີ ເພື່ອເປັນໜໍ່ແໜງ ແລະ ແນວພັນທີ່ດີໃຫ້ແກ່ການສ້າງສາພັດທະນາປະເທດຊາດຕໍ່ໄປ. ຖ້າຫາກມີແຕ່ຄວາມຫ້າວຫັນ, ຄວາມສັດຊື່, ມີຄຸນສົມບັດສິນທຳປະຕິວັດໜັກແໜ້ນ ແຕ່ຂາດຄວາມຮູ້ ຄວາມສາມາດ ເຮັດວຽກຫຍັງກໍຍາກ. ກົງກັນຂ້າມ ຄວາມຮູ້ຄວາມສາມາດເກັ່ງ ແຕ່ບໍ່ມີຄຸນສົມບັດ ບໍ່ມີລະບຽບວິໄນ ກໍໃຊ້ການບໍ່ໄດ້. ດັ່ງນັ້ນ, ຖ້າຢາກໄດ້ຄົນຮອບດ້ານທັງສອງດ້ານດັ່ງກ່າວ ບໍ່ແມ່ນມັນຫາກເກີດເອງ ແຕ່ຕ້ອງມີການກໍ່ສ້າງ ອົບຮົມບົ່ມເຄາະຈຶ່ງຄ່ອຍເກີດມີມາ.
ເມື່ອສ້າງໄດ້ແລ້ວ ຈຳຄົນພວກນີ້ສົມຄວນທີ່ຈະຕ້ອງໄດ້ຮັບການປົກປ້ອງ, ຖ້າຫາກບໍ່ມີການປົກປ້ອງ ກໍຈະບໍ່ມີຄົນທີ່ກ້າຄິດ ກ້າທຳ ແລະ ກ້າປ່ຽນແປງໃໝ່. ການສ້າງນິຕິກຳ ເພື່ອປົກປ້ອງ, ສົ່ງເສີມ, ຊຸກຍູ້ຜູ້ທີ່ກ້າຄິດ ກ້າທຳ ກ້າຮັບຜິດຊອບ ແລະ ກ້າປ່ຽນແປງໃໝ່ຈຶ່ງມີຄວາມຈຳເປັນຢ່າງຍິ່ງ.
ຊຶ່ງມະຕິກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກກໍໄດ້ລະບຸໄວ້ຢ່າງຈະແຈ້ງດ້ວຍ 4 ບຸກທະລຸວ່າ: 1) ບຸກທະລຸດ້ານຈິນຕະນາການ; 2) ບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ; 3) ບຸກທະລຸໃນດ້ານການແກ້ໄຂລະບອບລະບຽບການບໍລິຫານ; 4) ບຸກທະລຸໃນດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ໃນຕົວຈິງແລ້ວ 4 ບຸກທະລຸນີ້, ພວກເຮົາບໍ່ທັນໄດ້ເຮັດເຖິງຖອງ ແລະ ຢ່າງເອົາຈິງເອົາຈັງ ໂດຍສະເພາະແມ່ນບຸກທະລຸທາງດ້ານພັດທະນາຊັບພະຍາກອນມະນຸດ ແລະ ບຸກທະລຸໃນດ້ານຈີນຕະນາການ. ຄົນຍັງແມ່ນຄົນຜູ້ເກົ່າ ຈິນຕະນາການກໍຈີນຕະນາການເກົ່າ, ຄົນຜູ້ເກົ່າ ຄວາມຄຶດເກົ່າ. ອັນນີ້ຍັງເປັນບັນຫາຄ້າງຄາຢູ່ໃນສັງຄົມເຮົາທຸກມື້ນີ້ ຊຶ່ງເປັນມະເລັງຊໍ້າເຮື້ອຢູ່ຕະຫຼອດເວລາ. ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງໄດ້ປົດປ່ອນ ຫຼື ຂູດເກົາເຜົາລ້າງຈິນຕະນາການເກົ່າໃຫ້ໝົດໄປ ສ້າງຄົນໃໝ່ ຈິນຕະນາການໃໝ່ ປະເທດຊາດຈຶ່ງຈະຈະເລີນ ນຳພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມຈຸດໝາຍປາຍທາງຂອງພັກວາງໄວ້.