ອຸຕຸເຕືອນ!! ກຽມຮັບມືສະພາບອາກາດຮ້າຍແຮງ ວັນທີ 24–26 ເມສາ 2023 ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ
April 24, 2023 - 5:12 PM

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເພື່ອເຝົ້າລະວັງ: ໃນໄລຍະວັນທີ 24–26 ເມສາ 2023 ນີ້, ມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ພາກເໜືອຂອງປະເທດລາວອີກເທື່ອໃໝ່, ເຊິ່ງຈະເຮັດໃຫ້ເກີດມີເຂດປະທະຂອງມວນອາກາດເຢັນ ແລະ ອາກາດຮ້ອນ ເຮັດໃຫ້ເກີດມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ, ພ້ອມມີໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ໂດຍສະເພາະໃນໄລຍະຕອນບ່າຍ ຫາ ຄ່ຳ.
ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ໂດຍສະເພາະສະພາບລົມແຮງ, ຟ້າເຫລື້ອມຟ້າຜ່າ ແລະ ໝາກເຫັບຕົກ ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.