ແມນຢູ ລຸ້ນໜັກ ບຣູໂນ ບໍ່ແນ່ນອນ ລົງສະໜາມພົບ ສະເປີ ກາງອາທິດນີ້


ກອງກາງທີມຊາດປອກຕຸຍການ ມີແນວໂນ້ມທີ່ຈະພາດເກມ ພຣີເມຍລີກ ນັດກາງອາທິດ ທີ່ຈະພົບກັບ ທັອດແນມ ຮັອດສະເປີ ຫລັງຈາກອາການບາດເຈັບຫລ້າສຸດຜ່ານມາທີ່ລາວໄດ້ຮັບບາດເຈັບໃນການແຂ່ງຂັນ ເອຟເອຄັບ.
ກອງກາງຊາວປອກຕຸຍການ ເປັນໜຶ່ງໃນຜູ້ຫລິ້ນທີ່ສໍາຄັນຂອງ ເອຣິກ ເທນຮາກ ໃນລະດູການນີ້ ແລະ ໄດ້ຮັບໂອກາດລົງສະໜາມເປັນໂຕຈິງຢ່າງສະໝ່ຳສະເໝີ.
ຢ່າງໃດກໍຕາມ, ການທີ່ລາວໄດ້ຖືກປ່ຽນອອກໃນນາທີ 101 ຂອງການແຂ່ງຂັນເຕະບານ ເອຟເອຄັບ ນັດຫລ້າສຸດທີ່ຊະນະ ໄບຣຕັນ ດ້ວຍການດວນຈຸດໂທດ. ປະກອບກັບຮູບພາບຈາກເມຍຂອງລາວ ເຮັດໃຫ້ເກີດຄວາມສົງໃສຕາມມາວ່າ ບຣູໂນ ມີການບາດເຈັບແທ້ຫລືບໍ່.
ຜີສາດແດງກຳລັງຢູ່ໃນຊ່ວງໄລ່ລ່າໂຄຕ້າຂອງ ຢູຟາ ແຊ້ມປ້ຽນລີກ ແລະ ຈະລົງຫລິ້ນເກມທີ່ສໍາຄັນກັບ ທັອດແນມ ຮັອດສະເປີ ເຊິ່ງຢູ່ໃນອັນດັບທີ 5 ແລະ ຍັງມີໂອກາດລຸ້ນອັນດັບ 4 ເຊັ່ນກັນ ເຮັດໃຫ້ການຂາດ ບຣູໂນ ຄັ້ງນີ້ຖືເປັນການເສຍຫາຍຢ່າງໜັກ ໂດຍພິຈາລະນາບັນຫານັກເຕະທີ່ບາດເຈັບທີ່ທີມຜີສາດແດງກຳລັງປະເຊີນຢູ່ໃນເວລານີ້.