ເນມາ ເຜີຍຍ້າຍໄປ ປາຣິສ ແຊັງແຊັກແມັງ ເພາະເຊື່ອວ່າມີໂອກາດຄວ້າແຊ໊ມ ຢູຟາ ແຊ໊ມປຽນລີກ ຫຼາຍກວ່າ ບາເຊໂລນາ
September 12, 2017 - 4:04 PM




ສຳລັບ ເນມາ ນັ້ນໄດ້ ຍ້າຍອອກຈາກ ບາເຊໂລນາ ດ້ວຍຄ່າໂຕສະຖິຕິໂລກ 222 ລ້ານເອີໂຣ ຫຼື 198 ລ້ານປອນ ໃນວັນທີ 3 ສິງຫາຕາມເວລາ ທ້ອງຖິ່ນ ໂດຍຝາກຜົນງານ ຍິງປະຕູໄວ້ໃນຖິ່ນຄຳນູ 105 ປະຕູ ລວມທຸກລາຍການ. ສຳ ລັບຜົນງານຮັບໃຊ້ຕົ້ນສັງກັດ ໃໝ່ຢ່າງ ປາຣິສ ແຊັງແຊັກ ແມັງ ລາວເອງລົງສະໜາມ ໄປ 4 ນັດ ຍິງໄປ 4 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 4 ຄັ້ງ.