ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ

ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ - 343329922 759753285823730 2023013044246105724 n - ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ - kitchen vibe - ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ

ວັນທີ 27 ເມສາ 2023 ນີ້, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິ ຍານ.

ໂຄງການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ຄັ້ງນີ້, ຊ່ວຍເພີ່ມທະວີຄວາມສາມາດໃນການຈັດ ຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ ແລະ ແຂວງຈໍາປາສັກ ເພື່ອການພັດໝາຍໝັ້ນຢ່າງຕັ້ງໜ້າຂອງລັດຖະບານຍີ່ປຸ່ນ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໃນຕໍ່ໜ້າ ໂດຍສະເພາະແມ່ນເປັນການສືບຕໍ່ປະກອບສ່ວນ ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງຜົນກະທົບໃນຫລາຍດ້ານ ຈາກລະເບີດຕົກຄ້າງບໍ່ທັນແຕກ ເປັນຕົ້ນ ພື້ນທີ່ທໍາການຜະລິດ ເພື່ອການທໍາມາຫາກິນ, ການສ້າງບ່ອນຢູ່ອາໄສຂອງປະຊາຊົນ ທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກ, ກ້າວໄປເຖິງການໄດ້ຮັບບາດເຈັບ ຫລື ເສຍຊີວິດຂອງປະຊາຊົນ. ນັບແຕ່ສະໄໝສົງຄາມອິນດູຈີນ ໃນປີ 1964-1973, ປະເທດລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ, ເຊິ່ງມີລະເບີດຫລາຍກວ່າ 2 ລ້ານໂຕນ ຫລື ຫລາຍກວ່າ 270 ລ້ານໜ່ວຍ ຖືກຖິ້ມລົງໃນດິນແດນຂອງ ສປປ ລາວ. ໃນນັ້ນ, ມີ 80 ລ້ານໜ່ວຍ ຍັງບໍ່ທັນແຕກພາຍຫລັງຖືກຖິ້ມລົງ ແລະ ຍັງຕົກຄ້າງຝັງຢູ່ໃນຫລາຍພື້ນທີ່ກວມເຖິງ 18 ແຂວງທົ່ວປະເທດ, ຜ່ານມາມີຜູ້ໄດ້ຮັບຜົນກະທົບແລ້ວຫລາຍກວ່າ 22.000 ຄົນ. ມາຮອດປັດຈຸບັນ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ສາມາດປະຕິບັດໄດ້ ຍັງບໍ່ເຖິງ 10% ຂອງພື້ນທີ່ ທີ່ມີລະເບີດຕົກຄ້າງທັງໝົດ.

ຂະນະດຽວກັນ, ທ່ານ ໂຄບະຢະຊິ ເຄນອິຈິ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ - 4 - ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ - 3 - ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ - 5 - ລັດຖະບານຍີ່ປຸ່ນ ສືບຕໍ່ຊ່ວຍເຫລືອ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ