ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ - 343934946 250682260650798 8516028685762416357 n - ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ - kitchen vibe - ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ
ວັນທີ 27 ເມສາ 2023 ນີ້ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງພະນະທ່ານ ປີເຕີ ຊີຢາໂຕ (Péter Szijjártó), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ເມສາ 2023.
ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງຖືເປັນນິມິດໝາຍທີ່ສໍາຄັນປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ແລະ ມີໝາກຜົນ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລາວ-ຮົງກາຣີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຮົງກາຣີ ອັນເປັນການຢືນຢັນຄືນອີກເທື່ອໜຶ່ງເຖິງສາຍພົວພັນສອງຝ່າຍທີ່ເປັນມູນເຊື້ອອັນຍາວນານ, ຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ, ພ້ອມທັງໄດ້ສະແດງຄວາມຍິນດີທີ່ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນການເຄື່ອນໄຫວວຽກງານການຕ່າງປະເທດ ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ ໂດຍຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍດ້ານໃນໄລຍະຜ່ານມາ ເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ການທູດ, ການກະສິກໍາ, ການສຶກສາ ແລະ ການເງິນ ພາຍໃຕ້ເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ (Tied Aid Credit). ລາວ-ຮົງກາຣີ ມີການພົວພັນຮ່ວມມືອັນດີນໍາກັນມາແຕ່ດົນນານ, ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດມາ ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019, ລວມເຖິງການເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຮົງກາຣີ ຄືນໃໝ່ ໃນເດືອນພະຈິກ ປີ 2022 ໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ, ເຊິ່ງເປັນຂີດໝາຍສໍາຄັນ ແລະ ຢັ້ງຢືນເຖິງນະໂຍບາຍຂອງລັດຖະບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບກັບຮົງກາຣີ ກໍຄືການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. ພ້ອມຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງ ຮົງກາຣີ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ຝ່າຍຮົງກາຣີຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລວມເຖິງການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.
ທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການຢ້ຽມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງການພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງຝ່າຍ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ພ້ອມສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຮົງກາຣີ-ລາວ ໃນໄລຍະຜ່ານມາ ແລະ ເຫັນດີໃຫ້ມີການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ ສປປ ລາວ ໄດ້ເປີດຄືນ ສະຖານເອກອັກຄະລັດຖະທູດຂອງຕົນ ປະຈໍາ ຮົງກາຣີ ໃນທ້າຍປີ 2022 ຜ່ານມາ, ເຊິ່ງເປັນນິມິດໝາຍສໍາຄັນປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ຮົງກາຣີ-ລາວ ໃຫ້ສືບຕໍ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.
ໃນຕອນທ້າຍ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນໄປຍັງ ພະນະທ່ານ ວິກຕໍ ອໍບານ (Viktor Orban), ນາຍົກລັດຖະມົນີ ຮົງກາຣີ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ເໝາະສົມ.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ - 5 - ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ - 3 - ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ - 4 - ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມປຶກສາຫາລື ການຮ່ວມມືສອງຝ່າຍ