ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - 5dabaafb 8fbb 4b51 b51c 102c4331663f - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ
ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - kitchen vibe - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ລັດຖະບານອາເຈນຕິນາກຽມເລີ່ມຊໍາລະຄ່າສິນຄ້ານໍາເຂົ້າຈາກປະເທດຈີນດ້ວຍສະກຸນເງິນຢວນແທນສະກຸນເງິນໂດລາຂອງອາເມລິກາ ເພື່ອຫວັງຊ່ວຍປະຢັດເງິນສະກຸນໂດລາໃນສາງເງິນສໍາຮອງລະຫວ່າງປະເທດທີ່ກໍາລັງຫລຸດລົງຢ່າງຕໍ່ເນື່ອງ.

ອາເຈນຕິນາພາຍໃຕ້ການນໍາຂອງປະທານາທິບໍດີ ອັລແບຣໂຕ ເຟຣນັນເດຊ ຕັ້ງເປົ້າພາຍໃນເດືອນເມສານີ້ຈະຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນມູນຄ່າປະມານ 1.000 ລ້ານໂດລາ ໃນຮູບແບບຂອງເງິນຢວນ.

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - Visit Laos Visit SALANA BOUTIQUE HOTEL - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ
ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - Visit Laos Visit SALANA BOUTIQUE HOTEL - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ທ່ານ ແຊຈິໂອ ມັສຊາ ລັດຖະມົນຕີດ້ານເສດຖະກິດຂອງອາເຈນຕິນາ ລະບຸວ່າ: ການຕັດສິນໃຈປ່ຽນແປງສະກຸນເງິນທີ່ໃຊ້ໃນການຊໍາລະຄ່າສິນຄ້າ ແລະ ບໍລິການທີ່ນໍາເຂົ້າຈາກປະເທດຈີນນັ້ນ ເປັນໄປເພື່ອຫລຸດການໄຫລອອກຂອງເງິນສະກຸນໂດລາພາຍໃນປະເທດ.

ໂດຍອາເຈນຕິນາເປັນໜຶ່ງໃນປະເທດທີ່ກໍາລັງຜະເຊີນສະພາບການຮັກສາສະກຸນເງິນໂດລາໃນສາງເງິນສໍາຮອງລະຫວ່າງປະເທດ ທ່າມກາງສະພາບອັດຕາການສົ່ງອອກຜົນຜະລິດທາງກະສິກໍາຕົກຕໍ່າລົງ ເນື່ອງຈາກສະພາບແຫ້ງແລ້ງຮຸນແຮງ ບວກກັບສະຖານະການຄວາມບໍ່ແນ່ນອນທາງການເມືອງກ່ອນຈະມີການເລືອກຕັ້ງທົ່ວໄປໃນທ້າຍປີ 2023 ນີ້.

ນອກຈາກນີ້, ໃນເດືອນພະຈິກຜ່ານມາ ລັດຖະບານອາເຈນຕິນາຫາກໍເພີ່ມວົງເງິນນໍາທາງການຈີນ ມູນຄ່າກວ່າ 5 ພັນລ້ານໂດລາສະຫະລັດ ເພື່ອສົ່ງເສີມຄວາມແຂງແຮງໃຫ້ເງິນສໍາຮອງລະຫວ່າງປະເທດຂອງຕົນ ໂດຍຂໍ້ຕົກລົງດັ່ງກ່າວຈະເປີດໂອກາດໃຫ້ອາເຈນຕິນາສາມາດເລັ່ງການນໍາເຂົ້າສິນຄ້າຈາກຈີນໄດ້ຫລາຍຂຶ້ນ ໂດຍແລກປ່ຽນກັບເງື່ອນໄຂທີ່ວ່າ: ຄໍາສັ່ງຊື້ສິນຄ້າທີ່ໄລ່ລາຄາເປັນເງິນຢວນຈະຕ້ອງມີການອະນຸມັດໃຫ້ນໍາເຂົ້າໃນອາເຈນຕິນາໄດ້ພາຍໃນ 90 ວັນ ແທນທີ່ຈະເປັນ 180 ວັນຕາມປົກກະຕິ.

ອາເຈນຕິນາບໍ່ແມ່ນປະເທດທໍາໃນເຂດອາເມລິກາລາຕິນທີ່ຕັດສິນໃຈປ່ຽນສະກຸນເງິນທີ່ໃຊ້ຈ່າຍກັບທາງການຈີນມາເປັນສະກຸນເງິນຢວນ, ກ່ອນໜ້ານີ້ລັດຖະບານເບຣຊິນໄດ້ເຫັນພ້ອມຕໍ່ແນວທາງດັ່ງກ່າວ ນັບແຕ່ເດືອນກຸມພາຜ່ານມາ.

ອ້າງອີງ:

https://www.globaltimes.cn/page/202304/1289908.shtml

https://www.reuters.com/…/argentina-govt-pay-chinese…/

https://www.scmp.com/…/argentina-settle-chinese-imports…

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - 3 - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ
ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - 5 - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ
ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ - 4 - ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ