3 ເດືອນຕົ້ນປີນີ້ ເມືອງປາກງື່ມ ມີຄະດີເກີດຂຶ້ນ 62 ເລື່ອງ ແກ້ໄຂໄດ້ 43 ເລື່ອງ ກັກຕົວຜູ້ຕ້ອງຫາໄດ້ 52 ຄົນ

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາໄຕມາດ ທີ 1 ຂອງກອງບັນຊາການ ປກສ ເມືອງປາກງື່ມ ຈັດຂຶ້ນໃນວັນທີ 25 ເມສາ 2023 ທີ່ສະໂມສອນປົກຄອງເມືອງປາກງື່ມ, ໂດຍການເປັນປະທານຂອງ ທ່ານ ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ.
ທ່ານ ພັທ ບົວສີ ແກ້ວວິໄລ ຫົວໜ້າຫ້ອງການ ປກສ ເມືອງປາກງື່ມ ໄດ້ຜ່ານຮ່າງບົດສະຫຼຸບສະພາບການເຄື່ອນໄຫວວຽກງານປະຈໍາໄຕມາດທີ I ຕົ້ນປີ 2023 ແລະ ທິດທາງແຜນການປະຈໍາໄຕມາດທີ II ໂດຍມີເນື້ອໃນບາງຕອນວ່າ: ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ພາຍໃນເມືອງປາກງື່ມດີຂຶ້ນກວ່າເກົ່າ ຄະນະພັກ-ຄະນະບັນຊາ ປກສ ເມືອງຈະສຸມໃສ່ 7 ວຽກຄື:
- ຈະເອົາໃຈໃສ່ສຶກສາອົບຮົມແນວຄິດ-ການເມືອງໃຫ້ແກ່ນາຍ ແລະພົນຕໍາຫຼວດ ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽນ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ
- ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ກຸ່ມແກ້ງລັກລົດຈັກ, ອຸບັດເຫດ ແລະ ອາຊະຍາກໍາອື່ນໆ
- ສຸມໃສ່ສຶກສາອົບຮົມເປົ້າໝາຍເສບຢາເສບຕິດ ແລະຄ້າຂາຍຢາເສບຕິດ ໃນໄລຍະລົງເຮັດວຽກງານກໍ່ສ້າງຮາກຖານ ຕິດພັນກັບວາລະແຫ່ງຊາດ
- ສືບຕໍ່ອອກກວດກາລາດຕາເວນ ຕາມເສັ້ນທາງທີ່ມີຄວາມສ່ຽງກໍ່ເຫດການຕ່າງໆ
- ສືບຕໍ່ສົມທົບກັບອໍານາດການປົກຄອງບ້ານ, ທະຫານຊາຍແດນ ສະກັດກັ້ນ ແລະແກ້ໄຂບັນຫາການລັກລອບລະເມີດຊາຍແດນ ຂອງກຸ່ມຄົນບໍ່ດີ
- ສືບຕໍ່ຄຸ້ມຄອງ, ຕອບສະໜອງລາຍຮັບ-ລາຍຈ່າຍແກ້ໄຂຊີວິດການເປັນຢູ່ໃຫ້ແກ່ກາໍລັງ
- ສືບຕໍ່ກະກຽມແຜນປ້ອງກັນບຸນສໍາຄັນຕ່າງໆທີ່ທາງຂັ້ນເທິງມີທິດຊີ້ນໍາ.
ສໍາລັບຜົນງານໃນການແກ້ໄຂສະພາບປາກົດການຫຍໍ້ທໍ້ພາຍໃນເມືອງ 3 ເດືອນຜ່ານມາ, ມີຄະດີທີ່ເກີດຂຶ້ນ 62 ເລື່ອງ, ແກ້ໄຂໄດ້ 43 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້: 52 ຄົນ, ຍິງ 7 ຄົນ; ໃນນີ້ ມີຄະດີຄ້າຂາຍຢາເສບຕິດ 21 ເລື່ອງ, ລັກຊັບພົນລະເມືອງ 3 ເລື່ອງ, ທຳຮ້າຍຮ່າງກາຍ 6 ເລື່ອງ, ທໍາມິດສະຈານ 2 ຄົນ,ສໍ້ໂກ້ງຊັບ 3 ເລື່ອງ ແລະອື່ນໆ; ເຊິ່ງສ້າງຜົນເສຍຫາຍທັງໝົດ 53.630.000 ກີບ ແລະ 76.000 ບາດ ສາມາດຢຶດ ແລະ ເກັບກູ້ຂອງກາງໄດ້ມີ: ຢາບ້າ 4.979 ເມັດ, ຢາໄອ້ 0, 30 ກຣາມ, ລົດໃຫ່ຍ 2 ຄັນ, ປືນສັ້ນ 1 ກະບອກ ແລະມີອຸບັດເຫດເກີດຂຶ້ນ 10 ເລື່ອງ, ຄົນເສຍຊີວິດ 1 ຄົນ, ຮັບບາດເຈັບທັງໝົດ 17 ຄັນ, ພາຫະພະເປ່ເພທັງໝົດ 15 ຄັນ.