ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ

ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ -                                          211 - ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ
ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ - kitchen vibe - ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ

ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ -                                          211 - ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ

ຊື່ຂອງ ເປເລ ອະດີດຕຳນານນັກເຕະທີມຊາດບຣາຊິລ ຜູ້ລ່ວງລັບໄດ້ຖືກບັນຈຸເປັນຄຳຄຸນນາມໃຫມ່ລົງໃນພົດຈະນານຸກົມພາສາໂປຣຕຸເກສ ໂດຍມີຄວາມຫມາຍວ່າ ຄົນ ຫລື ສິ່ງທີ່ບໍ່ທຳມະດາ.

ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ - Visit Laos Visit SALANA BOUTIQUE HOTEL - ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ

ສຳລັບ ເປເລ ຖືເປັນຫນຶ່ງໃນນັກເຕະທີ່ປະສົບຄວາມຄວາມສຳເລັດທີ່ສຸດຂອງວົງການບານເຕະໂລກ ຈາກມີສະຖິຕິເຮັດໄດ້ 1,281 ປະຕູຈາກ 1,363 ນັດ ຕະຫລອດອາຊີບນັກເຕະ 21 ປີ ຈາກທັງ 2 ສະໂມສອນ ຄື ຊານໂຕສ ແລະ ນິວຢອກ ຄອສມອສ ລວມເຖິງກັບທີມຊາດບຣາຊິລ ນອກຈາກນັ້ນອະດີດດາວເຕະເຈົ້າຂອງສາຍາ ໄຂ່ມຸກດຳ ຍັງເປັນຜູ້ຫລິ້ນຄົນດຽວໃນປະຫວັດສາດສາມາດທີ່ຄວ້າແຊ໊ມບານໂລກ 3 ສະໄຫມ ຄືໃນປີ 1958, 1962 ແລະ 1970.

ແນວໃດກໍຕາມອະດີດດາວເຕະອາຍຸ 82 ປີໄດ້ເສຍຊີວິດຢ່າງສະຫງົບໄປເມື່ອວັນທີ 29 ທັນວາ 2022 ຫລັງປ່ວຍຫນັກມາຢ່າງຍາວນານ ເຊິ່ງເລື່ອງດັ່ງກ່າວສ້າງຄວາມສະເທືອນໃຈໃຫ້ກັບວົງການບານເຕະທົ່ວໂລກ.

ຫລ້າສຸດ ເປເລ ໄດ້ຮັບກຽດໃຫ້ໃສ່ຊື່ຂອງຕົນເອງລົງພົດຈະນາກົມມິຄາເອລລິສ ສະບັບພາສາໂປຣຕຸເກສທີ່ຕິພິມໃນບຣາຊິລດ້ວຍການຊຸກຍູ້ຂອງມູນນິທິ ເປເລ ໂດຍອອກໃຫ້ເປັນຄຳຄຸນນາມໃຫມ່ທີ່ມີຄວາມຫມາຍໃຊ້ຮຽກຄົນຫລືສິ່ງທີ່ທຳມະດາ ພ້ອມການນິຍາມວ່າ : “ ສິ່ງນັ້ນຫລືຄົນທີ່ບໍ່ທຳມະດາ ເຊິ່ງດ້ວຍຄຸນນະພາບຄຸນຄ່າ ຫລື ຄວາມເຫນືອກວ່າ ບໍ່ສາມາດທຽບໄດ້ກັບສິ່ງໃດ ຫລື ໃຜກໍຕາມ ເຊ່ັນດຽວກັບ ເປເລ ”.

“ ເອັດສັນ ວະຣັນເຕສ ໂດ ນາສຊິເມນໂຕ ຫລື ເປເລ ( 1940-2022) ຖືເປັນນັກກິລາທີ່ຍິ່ງໃຫຍ່ທີ່ສຸດຕະຫລອດການ ຫາທີ່ປຽບບໍ່ໄດ້ ແລະ ບໍ່ຄືກັບໃຜ ”.

ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ - 3 - ຊື່ ເປເລ ຖືກບັນຈຸເປັນຄຳໃນພົດຈະນານຸກົມ ແປຄວາມຫມາຍວ່າ ຄົນ-ສິ່ງທີ່ບໍ່ທຳມະດາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!