ເດັກນ້ອຍອັງກິດຫລາຍກວ່າ 1 ລ້ານຄົນ ໄດ້ຮັບຄວາມຊ່ວຍເຫລືອທາງດ້ານອາຫານ

ສຳນັກຂ່າວຕ່າງປະເທດລາຍງານ ອັງກິດເປີດເຜີຍວ່າ: ເດັກນ້ອຍໃນອັງກິດຈຳນວນຫລາຍກວ່າ 1 ລ້ານຄົນ ໄດ້ຮັບຄວາມຊ່ວຍເຫລືອດ້ານອາຫານຕະຫລອດໄລຍະ 12 ເດືອນຜ່ານມາ ເຊິ່ງເພີ່ມຂຶ້ນ 300.000 ຄົນ ຈາກປີຜ່ານມາ ໃນສະພາບການຕໍ່ສູ້ກັບວິກິດຄ່າຄອງຊີບໃນປະເທດ.
ໂດຍອີງຕາມຂໍ້ມູນຂອງອົງການການກຸສົນ ທຣັສເຊນ ທຣັສ (Trussell Trust) ເຊິ່ງສະໜັບສະໜູນທະນາຄານອາຫານປະມານ 1.200 ແຫ່ງທົ່ວອັງກິດ ຊຸດອາຫານເກືອບ 3 ລ້ານຊຸດ ທີ່ແຈກຢາຍໃນປີ 2022 ຈົນເຖິງທ້າຍເດືອນມີນາ 2023 ເປັນຂອງເດັກນ້ອຍພາຍໃນປະເທດຫລາຍກວ່າ 1,1 ລ້ານຄົນ. ໂຕເລກຂ້າງເທິງມີຂຶ້ນໃນຂະນະທີ່ອັງກິດ ເຊິ່ງເປັນສະມາຊິກກຸ່ມປະເທດອຸດສາຫະກຳຂັ້ນນຳ 7 ແຫ່ງ ຫຼື G7 ແລະ ໜຶ່ງໃນປະເທດທີ່ຮັ່ງມີທີ່ສຸດໃນໂລກ ກຳລັງປະເຊີນກັບລາຄາສິນຄ້າທີ່ສູງຂຶ້ນຫຼາຍທີ່ສຸດໃນຮອບຫຼາຍສິບປີບໍ່ວ່າຈະເປັນຄ່າເຊື້ອໄຟ, ຄ່າເຮັດຄວາມຮ້ອນ, ຄ່າອາຫານ ແລະ ຄ່າທີ່ຢູ່ອາໄສ. ວິກິດດັ່ງກ່າວສົ່ງຜົນໃຫ້ທະນາຄານອາຫານກາຍເປັນສ່ວນໜຶ່ງໃນຊີວິດຂອງຄົນອັງກິດ ເນື່ອງຈາກຕົ້ນທຶນທີ່ເພີ່ມຂຶ້ນບວກກັບຄ່າຈ້າງທີ່ຄົງທີ່ ແລະ ບໍ່ມີການປັບປ່ຽນ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂໍຄວາມຊ່ວຍເຫຼືອ ລວມເຖິງຄົນທີ່ມີວຽກເຮັດງານທຳ.
ທ່ານ ໄບຣອັນ ໂທມັສ ຜູ້ບໍລິຫານສູງສຸດຂອງທະນາຄານອາຫານ ເຊົາ ທາຍຊາຍ (South Tyneside) ທາງພາກຕາເວັນອອກສ່ຽງເໜືອຂອງອັງກິດກ່າວວ່າ ພວກເຮົາກຳລັງພົບກັບການເພີ່ມຂຶ້ນຂອງຈຳນວນຄົນທີ່ມາຍັງທະນາຄານອາຫານໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ໂດຍສະເພາະຜູ້ເຮັດວຽກທີ່ບໍ່ສາມາດຮັກສາຄວາມສົມດູນລະຫວ່າງລາຍໄດ້ຕ່ຳກັບຄ່າຄອງຊີບທີ່ເພີ່ມສູງຂຶ້ນໄດ້ອີກຕໍ່ໄປ. ວິກິດຄ່າຄອງຊີບສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆທົ່ວອັງກິດບໍ່ວ່າຈະເປັນທ່ານໝໍ, ພະຍາບານ, ຄູ, ຜູ້ເຮັດວຽກທ່າເຮືອ ຫຼື ແມ່ນແຕ່ທະນາຍຄວາມ ຊຶ່ງທ່ານ ໂທມັສ ກ່າວຕື່ມວ່າ ສະຖານະການຂ້າງເທິງຍັງສົ່ງຜົນຕໍ່ການບໍລິຈາກອາຫານດ້ວຍເຊັ່ນດຽວກັນ ເພາະຜູ້ຄົນຈຳນວນຫຼາຍຕ່າງກໍດິ້ນຮົນເພື່ອຫາຄ່າໃຊ້ຈ່າຍພື້ນຖານໃຫ້ຕົນເອງ.
ຂະນະທີ່ທ່ານນາງ ເອັມມາ ຣີວີ ຜູ້ບໍລິຫານຂອງ ອົງການການກຸສົນ ທຣັສເຊນ ທຣັສ ກ່າວວ່າ ທະນາຄານອາຫານໃນປັດຈຸບັນກາຍເປັນບັນທັດຖານສຳລັບຜູ້ເຮັດວຽກທີ່ມີລາຍໄດ້ນ້ອຍ ແລະ ຜູ້ທີ່ໄດ້ຮັບເງິນສະຫວັດດີການ ຊຶ່ງສິ່ງເຫຼົ່ານີ້ບໍ່ແມ່ນວິທີແກ້ບັນຫາຄວາມອຶດຫິວ ແລະ ຄວາມທຸກຍາກທີ່ຍືນຍົງພ້ອມທັງຮຽກຮ້ອງໃຫ້ລັດຖະບານເພີ່ມເງິນສະຫວັດດີການໃຫ້ຢູ່ໃນລະດັບທີ່ເປັນຈິງຫຼາຍຂຶ້ນ