ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ

- 1505183241614 960x0 - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ
- kitchen vibe - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະຫາລືກັນໃນວັນທີ 13 ກັນຍານີ້ ກ່ຽວກັບສະຖານະການຄວາມຮຸນແຮງຢູ່ມຽນ ມາ ເຊິ່ງເຮັດໃຫ້ຊາວມຸດສະລິມໂຣຮິງຢາຫລາຍກວ່າ 300.000 ຄົນຕ້ອງອົບພະຍົບໜີໄປບັງກະລາເທດ.

ອັງກິດ ແລະ ສະວິດ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ UN ຈັດກອງປະຊຸມສຸກເສີນທ່າມກາງຄວາມກັງວົນຂອງບັນດາປະ ເທດຕໍ່ເຫດຄວາມຮຸນແຮງທີ່ຍັງເກີດຂຶ້ນຢູ່ລັດຍະໄຂ່. ທ່ານ ແມດທິວ ໄຣຄອບ ເອກອັກຄະລັດຖະທູດອັງກິດ ກ່າວກັບນັກຂ່າວວ່າ: ສະພາຄວາມໝັ້ນຄົງມີຄວາມກັງວົນຕໍ່ຊະຕາກຳທີ່ໂຫດຮ້າຍຂອງຊາວໂຣຮິງຢາຈຳນວນຫລາຍທີ່ອົບພະຍົບໜີອອກຈາກລັດຍະໄຂ່. ທ່ານ ເຊອິດ ຣາອັດ ອັນຮຸສເຊນ ຜູ້ອຳນວຍການດ້ານສິດທິມະນຸດ UN ກ່າວຫາມຽນມາວ່າກວາດລ້າງຊົນກຸ່ມນ້ອຍ, ຂະນະທີ່ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດມຽນມາ ແລະ ເຈົ້າຂອງລາງວັນໂນເບລສາຂາສັນຕິພາບ ຖືກກົດດັນຢ່າງໜັກຈາປະຊາຄົມໂລກ ຈາກກໍລະນີກອງທັບປາບປາມຊົນກຸ່ມນ້ອຍຊາວມຸດສະລິມໂຣຮິງຢາ, ພາຍຫລັງກຸ່ມຕິດອາວຸດຊາວໂຣຮິງຢາໂຈມຕີກອງກຳລັງ ຮັກສາຄວາມໝັ້ນຄົງໃນລັດຍະໄຂ່ວັນທີ 25 ສິງຫາຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ
- Visit Laos Visit SALANA BOUTIQUE HOTEL - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ
- 3 - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ
- 4 - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ
- 5 - ສະພາຄວາມໝັ້ນຄົງ UN ຈະຫາລື ຄວາມຮຸນແຮງຢູ່ມຽນມາ