ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ - 343667296 234382189178593 226916270779705141 n - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ - kitchen vibe - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ

ກອງປະຊຸມຄະນະກຳມະການຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໄດ້ເປີດຂຶ້ນໃນວັນທີ 28 ເມສາ 2023 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ.

ທ່ານ ຄຳຜ່ານ ສີລາວີ ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາການຄຸ້ມຄອງລາຄາສິນຄ້າພວກເຮົາໄດ້ມີການປະສານງານກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ກໍເປັນອີກວຽກງານໜຶ່ງທີ່ສຳຄັນໂດຍສະເພາະການສ້າງຕັ້ງກຸ່ມການຜະລິດ ຫຼື ກຸ່ມອື່ນໆທີ່ຕິດພັນກັບຂອດການບໍລິການ ໃນການຄຸ້ມຄອງລາຄາສິນຄ້າ ຊຶ່ງມັນເປັນສິ່ງທີ່ພວກເຮົາຕ້ອງໄດ້ຈັດຕັ້ງປະຕິບັດເປັນຕົ້ນກໍແມ່ນຢູ່ໃນຕະຫຼາດເທສະບານເມືອງສາລະວັນ ວ່າຖືກຕ້ອງຕາມລະບຽບຫຼັກການ, ແນວທາງຫຼືຍັງ ແລະ ໃນໄລຍະຜ່ານມາກໍໄດ້ປະຕິບັດຕາມດຳລັດ 474/ນຍ ມີ 6 ຂະແໜງການສິນຄ້າ, ໃນນັ້ນຂະແໜງອຸດສາຫະກຳ ແລະ ການຄ້າມີ 8 ໝວດ 23 ລາຍການ, ຂະແໜງກະສິກຳມີ 10 ໝວດ, ຂະແໜງເຕັກໂນໂລຊີ ແລະ ການສື່ສານມີ 5 ໝວດ, ຂະແໜງໂຍທາທິການ ແລະ ຂົນສົ່ງມີ 5 ໝວດ, ຂະແໜງພະລັງງານ ແລະ ບໍ່ແຮ່ມີ 1 ໝວດ, ຂະແໜງສຶກສາທິການ ແລະ ກິລາມີ 8 ໝວດ  ແລະ 169 ລາຍການ ຊຶ່ງພວກເຮົາຈະຕ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດໃຫ້ມັນຖືກຕ້ອງຕາມລະບຽບຫຼັກການ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ຄວາມເປັນລະບຽບຮຽບຮ້ອຍ, ອີກອັນໜຶ່ງກໍເພື່ອເປັນການຫຼີກລ່ຽງຈາກການສວຍໂອກາດຕ່າງໆ ແລະ ຜົນກະທົບຕໍ່ສັງຄົມ, ພ້ອມນັ້ນກໍຕ້ອງກຳນົດເປັນຈຸດສຸມໃນການຈັດຕັ້ງປະຕິບັດ ແລະ ກຳນົດໂຄງຮ່າງລາຄາສິນຄ້າແຕ່ລະປະເພດ ອັນໃດທີ່ສາມາດນຳເຂົ້າ ແລະ ຜະລິດເອງໄດ້.

ຈາກນັ້ນ, ທີ່ປະຊຸມກໍໄດ້ປະກອບຄຳຄິດ-ຄຳເຫັນແລກປ່ຽນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ເລກທີ 07/ຈຂ ລົງວັນທີ 4 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງໄດ້ຮັບການຈັດຕັ້ງປະຕິບັດ ແລະ ຖືກຕ້ອງຕາມລະບຽບຫຼັກການແນວທາງນະໂຍບາຍຕ່າງໆຂອງພັກວາງອອກ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ - 4 - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຫາລືວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຫລີກລ່ຽງການສວຍໂອກາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!