ປກສ ແຂວງຜົ້ງສາລີ ມອບລົດຈັກ 4 ຄັນ ທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ

ວັນທີ 26 ເມສາ 2023 ຜ່ານມາ, ຄ້າຍຄຸມຂັງບຸນເໜືອ ແຂວງຜົ້ງສາລີ ຈັດພິທີ ມອບ-ຮັບ ລົດຈັກທີ່ຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ຕາງໜ້າກອງບັນຊາການ ປກສ ແຂວງໂດຍ ທ່ານ ພັຕ ຈັນສະໝອນ ພັນທະວົງ ຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງ ແລະ ກ່າວຮັບໂດຍແມ່ນເຈົ້າຂອງລົດຈັກ ເຊິ່ງຜູ້ກ່ຽວໄດ້ນໍາເອົາເອກະສານມາຍັ້ງຍືນຢ່າງຖືກຕ້ອງ.
ທ່ານ ພັຕ ຈັນສະໝອນ ພັນທະວົງ ໃຫ້ຮູ້ວ່າ : ລົດທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 4 ຄັນ ຄື : ລົດເວບ 100 ສີດໍາ ຈໍານວນ 2 ຄັນ, ລົດເວບ 100 ສີແດງ 1 ຄັນ ແລະ ລົດເວບ 100 ສີຟ້າ 1 ຄັນ ເຊິ່ງລົດດັ່ງກ່າວແມ່ນເຈົ້າໜ້າທີ່ໄດ້ເກັບກູ້ຄືນຈາກຄົນຮ້າຍລັກໄປ. ໃນເດືອນກຸມພາ 2023 ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ ດັ່ງນັ້ນ, ຄະນະພັກ-ຄະນະບັນຊາຫ້ອງຕໍາຫຼວດ ປກສ ແຂວງຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງເກັບກໍາຂໍ້ມູນ ແລ້ວລົງຕິດຕາມກວດກາເປົ້າໝາຍດັ່ງກ່າວ, ມາຮອດວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ, ອາຊີບ ກໍາມະກອນ , ຢູ່ບ້ານປຸ່ງຫ່ຽງ, ເມືອງໄຊ, ແຂວງອຸດົມໄຊ ມາດໍາເນີນການສືບສວນ-ສອບສວນ, ຜ່ານການສວບສວນຜູ້ກ່ຽວໄດ້ຮັບສາລະພາບວ່າເປັນຄົນລັກແທ້ ຈຶ່ງໄດ້ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.