ຜູ້ຈັດການທີມ ໄບຣຕັນ ເຕືອນ ມິໂຕມະ ຟ້າວຍ້າຍທີມລະວັງເສຍໃຈ
May 1, 2023 - 8:40 PM

ໂຣແບໂຕ ເດ ແຊບີ້ ຜູ້ຈັດການທີມ ໄບຣຕັນ ແລະ ໂຮຟ ອັລບຽນ ອອກປາກແນະນຳ ຄາໂອຣຸ ມິໂຕມະ ປີກທີມຊາດຍີ່ປຸ່ນໃຫ້ຕັດສິນໃຈຕົນເອງຢ່າງຮອບຄອບ ຢ່າຟ້າວໃຈຮ້ອນຕອບຮັບໂອກາດຈາກທີມໃຫຍ່ ເມື່ອອາດເປັນການຍ້າຍທີມທີ່ສົ່ງຜົນເສຍກັບເສັ້ນທາງນັກເຕະໄດ້ ຫາກຕ້ອງໄປນັ່ງສຳຮອງຖ້າໂອກາດລົງສະໜາມ.
ຜົນງານທີ່ສຸດຍອດຂອງ ມິໂຕມະ ໃນລະດູການນີ້ ໂດຍສະເພາະໄລຍະ 4-5 ເດືອນຜ່ານມາ ເຮັດໃຫ້ຕົວແຄມເສັ້ນຊາວຍີ່ປຸນຖືກເຊື່ອມໂຍງກັບຫລາຍທີມໃຫຍ່ ເຊັ່ນ ອາເຊນອລ, ແມນເຊສເຕີ ຢູໄນເຕັດ ແລະ ອີກຫລາຍໆທີມ.
ແນວໃດກໍຕາມ ເດ ແຊບີ້ ຄາດຫວັງວ່າຈະໄດ້ຮ່ວມງານກັບ ມິໂຕມະ ຕໍ່ໄປອີກໃນລະດູການໜ້າ ເມື່ອເບິ່ງວ່າການຮີບຍ້າຍທີມຫລັງຈາກຫາກໍຫລິ້ນດີແຕ່ປີດຽວ ອາດໄວເກີນໄປ.
“ ລາວຄວນຕ້ອງຢູ່ຕໍ່ອີກຈັກປີ ເພື່ອປະໂຫຍດຂອງຕົນເອງ ແລະ ຂອງສະໂມສອນ ” ຜູ້ຈັດການທີມຊາວອິຕາລີກ່າວ.