ອາຊະຍາກຳສິ່ງແວດລ້ອມ: ໄພຂົ່ມຂູ່ຕໍ່ການພັດທະນາທີ່ຍືນຍົງ


ອາຊະຍາກຳສິ່ງແວດລ້ອມຂອງໂລກໄດ້ເພີ່ມຂຶ້ນຢ່າງໄວວາ ໂດຍເຮັດໃຫ້ຊັບພະຍາກອນທາງທຳມະຊາດຖືກຂຸດຄົ້ນ ແລະເກີດມີການຄ້າຂາຍເຖື່ອນຂຶ້ນຢ່າງກວ້າງຂວາງໂດຍຄຳນວນແລ້ວໃນແຕ່ລະປີ ມີມູນຄ່າຫຼາຍກວ່າ 200 ຕື້ໂດລາສະຫະລັດ ເຊິ່ງເປັນການເພີ່ມເງິນໃສ່ກະເປົາຂອງ ນັກອາຊະຍາກອນທັງຫຼາຍໃຫ້ຕຶ່ງຂຶ້ນ, ແຕ່ມັນພັດເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ກັບ ຊັບພະຍາກອນທຳມະຊາດ, ຄວາມໝັ້ນຄົງ ແລະການພັດທະນາທີ່ຍືນຍົງຂອງບັນດາປະເທດໃນໂລກ.
ທ່ານ ອາຊິມ ສະໄຕເນີ (Achim Steiner ) ຜູ່ອຳນວຍການບໍລິຫານງານອົງການສິ່ງແວດລ້ອມສະຫະປະຊາຊາດ ( UNEP ) ກ່າວວ່າ “ນອກເໜືອຈາກຜົນກະທົບຕໍ່ສິ່ງແວດລ້ອມທີ່ໄດ້ຮັບແລ້ວ, ການຄ້າຂາຍຊັບພະຍາກອນທຳມະຊາດແບບຜິດກົດໝາຍ ຍັງເປັນການສູນເສຍລາຍຮັບຫຼາຍຕື້ໂດລາຂອງບັນດາປະເທດທີ່ກຳລັງພັດທະນາ ຊຶ່ງຈຳນວນເງິນດັ່ງກ່າວພັດໄປຕົກຢູ່ ໃນກະເປົາເງິນຂອງຄົນຈຳນວນໜຶ່ງ ທີ່ພວກເຮົາຮ້ອງວ່າ: ອາຊະຍາກອນສິ່ງແວດລ້ອມ”
ອາຊະຍາກຳສິ່ງແວດລ້ອມ ລວມມີການການລັກລອບຕັດໄມ້, ການລ່າ ແລະການຄ້າຂາຍສັດປ່າ, ການຂຸດຄົ້ນບໍ່ແຮ່ທີ່ຜິດກົດໝາຍ ແລະການສ້າງຄວາມເປິະເປື້ອນຕໍ່ສິ່ງແວດລ້ອມ, ໃນນັ້ນ ການລັກລອບ ຕັດໄມ້ທີ່ຜິດກົດໝາຍມີມູນຄ່າລະຫວ່າງ 30-100 ຕື້ໂດລາຂອງແຕ່ລະປີ ຫຼື ເທົ່າກັບ 10-30% ຂອງການຄ້າຂາຍໄມ້ທັງໝົດໃນໂລກ. ບໍ່ຕໍ່າກວ່ານັ້ນ, ການຄ້າຂາຍສັດປ່າກໍເປັນອາຊະຍາກຳທີ່ຮ້າຍແຮງ, ມີເຄືອຂ່າຍທົ່ວໂລກ ຄິດເປັນມູນຄ່າມະຫາສານ ນຳມາຊຶ່ງການສູນເສຍສັດປ່າທີ່ຫາຍາກຢ່າງຫຼວງຫຼາຍ ຍົກຕົວຢ່າງ ໃນທະວີບອາຟຣິກາ ໃນແຕ່ລະປີ ຊ້າງຖືກຂ້າໃນຈຳນວນ 20,000 ຫາ 25,000 ເພື່ອເອົາງາໄປຂາຍ, ນອກນັ້ນ, ເສືອ, ກະທິງ, ແຮດ ຍັງເປັນເປົ້າໝາຍໃນການຖືກລ່າ ເພື່ອເປົ້າໝາຍໃນການ ຄ້າທີ່ຜິດກົດໝາຍ.
ສາເຫດຫຼັກ ຂອງການເກີດອາຊະກຳສິ່ງແວດລ້ອມກໍເນື່ອງມາຈາກປະກົດການສໍ້ລາດບັງຫຼວງ, ການບັງຄັບໃຊ້ກົດໝາຍທີ່ມີຄວາມ ອອ່ນແອ, ການໃສ່ລະບຽບຕໍ່ຜູ່ລະເມີດບໍ່ເຂັ້ມງວດໃນປະເທດໃດໜຶ່ງ ອັນເຮັດໃຫ້ທຸລະກິດທີ່ກ່ຽວຂ້ອງກັບຊັບພະຍາກອນທຳມະຊາດ ຊຶ່ງຜິດກົດໝາຍດັ່ງກ່າວ ມີຄວາມສ່ຽງໜ້ອຍ ແຕ່ມີກຳໄລງົດງາມຄົງຕົວຢູ່ ແລະຂະຫຍາຍໄປທົ່ວທຸກຫົນແຫ່ງ, ຍາກຍິ່ງແກ່ການກຳຈັດໃຫ້ໝົດໄປ.
ສປປລາວ ໄດ້ຖືກຮັບຮູ້ວ່າເປັນປະເທດທີ່ມີຄວາມອຸສົມບູນທາງດ້ານຊີວະນາໆພັນໃນພາກພື້ນຫຼາຍທີ່ສຸດ ເພາະຍັງມີປ່າໄມ້ຕຶບໜາທີ່ສຸດໃນຂົງເຂດອາຊີ–ອາຄະເນ ຍ້ອນແນວນັ້ນ ຈຶ່ງເປັນແຫຼ່ງອາໄສຂອງສັດປ່າທີ່ຫາຍາກຫຼາຍຊະນິດ ເຊັ່ນ: ຊະນີແກ້ມແດງ ຊຶ່ງເປັນສັດທີ່ຫາຍາກທີ່ສຸດໃນໂລກ ແລະນອນໃນບັນຊີແດງຂອງສັດປ່າທີ່ມີຄວາມສ່ຽງຕໍ່ການສູນພັນ, ນອກນັ້ນ ຍັງມີ ເສືອ, ຊ້າງ, ກະທິງ, ເສົາລາ ແລະອື່ນໆ.
ມາຮອດປັດຈຸບັນນີ້, ອາດຈະບໍ່ມີຕົວເລກທີ່ຊັດເຈນຂອງ ມູນຄ່າຄວາມເສຍຫາຍຈາກການຄ້າຂາຍສັດປ່າທີ່ຜິດກົດໝາຍໃນ ສປປລາວ ແຕ່ມີການຄາດການວ່າອາດມີຕົວເລກບໍ່ໜ້ອຍເລີຍ. ຄຽງຄູ່ກັນນັ້ນ, ການລັກລອບຕັດໄມ້, ການຂຸດຄົ້ນບໍ່ແຮ່ ຊະຊາຍ ແລະຜິດກົດໝາຍ ກໍຍັງເປັນປະກົດການທີ່ພວກເຮົາບໍ່ສາມາດປະຕິເສດໄດ້ວ່າມີຢູ່ ເຖິງວ່າລັດຖະບານຈະໄດ້ປາບປາມຢ່າງສຸດຂີດ ຊຶ່ງແນ່ນອນ ມັນກໍສາມາດຮຽກວ່າ ອະຊະກຳສິ່ງແວດລ້ອມທີ່ບໍ່ທຳມະດາເຊັ່ນກັນ. ຮ້າຍແຮງໄປກວ່ານັ້ນ, ມັນອາດຈະເສົ້າໃຈສຸດຄະນຶງ ທີ່ຜົນປະໂຫຍດອັນມະຫາສານນັ້ນຕົກໃນກຳມືຂອງນັກອາຊະຍາກອນຈຳນວນໜຶ່ງ ແທນທີ່ ຈະເປັນຢາປິ່ນປົວ ຄວາມທຸກຍາກ ຫຼືຄວາມຫິວໂຫຍ ຂອງປະຊາຊົນທີ່ເປັນເຈົ້າຂອງຊັບພະຍາກອນນີ້ດ້ວຍສິດເທົ່າທຽມກັນ.
ເພື່ອຕອບຕ້ານກັບເຫດການດັ່ງກ່າວນັ້ນ, ພັກ–ລັດ ເຮົາກໍໄດ້ສຸມຄວາມພະຍາຍາມຂອງຕົນເພື່ອແກ້ໄຂ ໂດຍການປະກາດໃຊ້ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າ ແລະສັດປ່າ ແລະກົດໝາຍອື່ນໆ ແຕ່ສິ່ງສຳຄັນແມ່ນ ການບັງຄັບໃຊ້ໃຫ້ປະກົດຜົນຢ່າງປະຈັກຕາ ແລະເພີ່ມການຮ່ວມມືໃນພາກພື້ນ ແລະສາກົນ ເພື່ອຕີຖອຍ ໄພຂົ່ມຂູ່ດັ່ງກ່າວໃຫ້ຫຼຸດລົງເທື່ອກ້າວ.