ຂໍຫລິ້ນໂທລະສັບນຳຫລາຍເທື່ອບໍ່ໄດ້ ຈຶ່ງລົງມືກໍ່ເຫດທໍາຮ້າຍຮ່າງກາຍຈົນເສຍຊີວິດ

ເຈົ້າໜ້າທີ່ຕໍາຫລວດ ປກສ ແຂວງອຸດົມໄຊ ລາຍງານວ່າ: ໃນເວລາ 7:10 ໂມງ ຂອງວັນທີ 30 ເມສາ 2023 ຜ່ານມາ, ເຈົ້າໜ້າທີ່ໄດ້ຮັບການລາຍງານຈາກພົນລະເມືອງດີວ່າໄດ້ເກີດເຫດການທໍາຮ້າຍຮ່າງກາຍ ຢູ່ຈຸດຮັບຝາກລົດຂອງຮ້ານອາຫານແຫ່ງໜຶ່ງ ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ. ດັ່ງນັ້ນທາງຄະນະບັນຊາຫ້ອງຕໍາຫລວດ ປກສ ແຂວງອຸດົມໄຊ ຈຶ່ງແຕ່ງຕັ້ງໜ່ວຍງານວິຊາສະເພາະສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາຊັນນະສູດສະຖານທີເກີດເຫດຈຶ່ງຮູ້ໄດ້ວ່າມີມູນຄວາມຈິງແທ້. ເຊິ່ງຜູ້ຖືກທໍາຮ້າຍຮ່າງກາຍເປັນເພດຊາຍ ຊື່ທ້າວ ຢ່າຊົງ ອາຍຸ 12 ປີ, ຢູ່ບ້ານພູຂຽວ ເມືອງໄຊ, ຕາມຮ່າງກາຍມີຮ່ອງຮອຍບາດແຜຖືກແທງດ້ວຍຂອງມີຄົມຫລາຍກ່ວາ 10 ຈຸດ, ດັ່ງນັ້ນໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ໄດ້ທໍາການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລ້ວນໍາສົ່ງໂຮງໝໍ ແຕ່ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.
ຈາກເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ໄດ້ຮີບຮ້ອນສືບຄົ້ນຫາ ແລະ ຂຶ້ນບັນຊີເປົ້າໝາຍທີ່ລົງມືກໍ່ເຫດຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍ, ມາວັນທີ 1 ພຶດສະພາ 2023 ຈຶ່ງກັກຕົວຜູ້ລົງມືກໍ່ເຫດໄດ້ 1 ຄົນ ຊື່ທ້າວ ຕູ່ວາ ອາຍຸ 18 ປີ, ອາຊີບ ວ່າງງານ ຢູ່ບ້ານມົກກົກ ເມືອງໄຊ ແຂວງອຸດົມໄຊ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກໍ່ເຫດໄດ້ໃຫ້ສາລະພາບວ່າ: ຕົນໄດ້ລົງມືທໍາຮ້າຍຮ່າງກາຍ (ທ້າວ ຢ່າຊົງ) ຜູ້ເສຍຊີວິດແທ້, ສ່ວນແຮງຈູງໃຈແມ່ນຍ້ອນຂໍຫລິ້ນໂທລະສັບນຳ ທ້າວ ຢ່າຊົງ ຫລາຍຄັ້ງແຕ່ຜູ້ກ່ຽວບໍ່ຍິນຍອມໃຫ້ຫລິ້ນຈຶ່ງເອົາຟາມືຟາດໃສ່ຫົວ ທ້າວຢ່າຊົງ 1 ບາດ ແລ້ວເອົາມີດຕັດ ທີ່ພົກພາໃນມື ແທງໃສ່ບໍລິເວນຮ່າງກາຍ ແລະ ຫົວຈົນເຮັດໃຫ້ທ້າວຢ່າຊົງ ໝົດສະຕິ, ຈາກນັ້ນໄດ້ເອົາມີດຕັດທີ່ໃຊ້ກໍ່ເຫດຖິ້ມໃສ່ຮ່ອງລະບາຍນໍ້າໃກ້ກັບຈຸດເກີດເຫດ ແລ້ວເອົາຕົວລົບໜີໄປເສັ້ນທາງເລກທີ 13 ເໜືອ ຮອດກິໂລແມັດທີ 7 ເຂດບ້ານໂຮມໄຊ ເມືອງໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.
ທ້າວໃຈ ຜູ້ຮູ້ເຫັນເຫດການ (ນ້ອງຊາຍຜູ້ເສຍຊິວິດ) ໃຫ້ການຕໍ່ເຈົ້າໜ້າທີ່ອີກວ່າ: ເວລາປະມານ 00:00 ໂມງ ຂອງວັນທີ 29 ເມສາ 2023, ຜູ້ກ່ຽວກັບອ້າຍ ຊື່ ທ້າວຢ່າຊົງ (ຜູ້ເສຍຊີວິດ) ແລະ ທ້າວ ຍີ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ພາກັນໄປຂໍເງິນ (ຂໍທານ) ຢູ່ຮ້ານອາຫານ ໃກ້ຄຽງຈຸດເກີດເຫດ ແຕ່ຮ້ານໄດ້ປິດແລ້ວ ພວກຕົນຈຶ່ງພາກັນນອນຢູ່ຕູບບ່ອນຮັບ-ຝາກລົດຂອງຮ້ານ, ຈົນຮອດເວລາປະມານ 4:00 ໂມງ ຂອງວັນທີ 30 ເມສາ 2023 ມື້ຕໍ່ມາ ຈຶ່ງໄດ້ມີ ທ້າວຕູ່ວາ ບໍ່ຮູ້ທີ່ຢູ່, ໄດ້ເດີນເຂົ້າມາບ່ອນພວກຕົນນອນພັກຢູ່, ແລ້ວຂໍຫລິ້ນໂທລະສັບນໍາທ້າວ ຢ່າຊົງ (ຜູ້ເສຍຊີວິດ) ແຕ່ຜູ້ກ່ຽວປະຕິເສດບໍ່ໃຫ້ຫລິ້ນເພາະຢ້ານໂທລະສັບເປ່ເພ. ຈາກນັ້ນທ້າວ ຕູ່ວາ ຈຶ່ງໄດ້ຖາມຫລິ້ນຕື່ມອີກ, ພ້ອມທັງຈະເອົາເງິນໃຫ້ ແຕ່ທ້າວຢ່າຊົງ ກໍ່ບໍ່ຍອມໃຫ້ ຂະນະດຽວກັນ ທ້າວ ຕູ່ວາ ໄດ້ເອົາຟາມືຟາດໃສ່ຫົວຂອງທ້າວ ຢ່າຊົງ ຈໍານວນ 1 ບາດ, ເຮັດໃຫ້ທ້າວ ຢາຊົງ ລົ້ມລົງ, ແລ້ວ ທ້າວ ຕູ່ວາ ໄດ້ເອົາມີດຕັດແທງໃສ່ທ້າວ ຢ່າຊົງ ຈໍານວນ ຫລາຍບາດ ແລ້ວໄດ້ເອົາຕົວຫລົບໜີໄປ.
ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.