ສະຫວັນນະເຂດ ສັ່ງຢຸດໂຈະຊົ່ວຄາວຮ້ານເກັບຊື້-ຂາຍເຫລັກເສດ-ເສດໂລຫະໃນທົ່ວແຂວງ ທັງໝົດ 46 ຮ້ານ


ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ພ້ອມດ້ວຍວິຊາການຈາກພະແນກການກ່ຽວຂ້ອງ ແລະເຈົ້າໜ້າທີ່ ປກສ ແຂວງ ໄດ້ລົງເຄື່ອນໄຫວສົມທົບກັບອຳນາດການປົກຄອງບ້ານ, ໃນການລົງເຮັດບົດບັນທຶກກັບຮ້ານ ທີ່ດຳເນີນທຸລະກິດເກັບຊື້ເຫລັກເສດ-ເສດໂລຫະໃນເທສະບານ ນະຄອນໄກສອນພົມວິຫານ ໃນວັນທີ 2 ພຶດສະພາ 2023, ເຊິ່ງມີຈຳນວນ 46 ຮ້ານ, ໃນນັ້ນຫລາຍ ກວ່າໝູ່ແມ່ນເຂດບ້ານສະໜາມ ໄຊ ມີທັງໝົດ 15 ຮ້ານ. ສະນັ້ນຈຶ່ງພ້ອມກັນລົງເຮັດບົດບັນທຶກ. ໂດຍປະຕິບັດຕາມແຈ້ງການ ຂອງທ່ານ ຫົວໜ້າພະແນກອຸດສາ ຫະກຳ-ການຄ້າແຂວງສະບັບ ເລກທີ 1859/ພອຄ, ລົງວັນທີ 12 ເມສາ 2023 ເຊິ່ງມີລາຍລະອຽດດັ່ງນີ້: ໃຫ້ຢຸດໂຈະຊົ່ວຄາວການດຳເນີນທຸລະກິດການເກັບຊື້ເຫລັກເສດ, ເສດໂລຫະທີ່ເຄື່ອນໄຫວຢູ່ບັນດາເມືອງ-ນະຄອນ ເພື່ອຈະໄດ້ມີການກວດກາດັດສົມຄືນບັນດາຮ້ານດັ່ງກ່າວ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບລະບຽບ ກົດໝາຍເປັນຕົ້ນແມ່ນມາດຕາ 212-213 ຂອງກົດໝາຍວ່າດ້ວຍວິສາຫະກິດ ແລະຄຳສັ່ງເລກທີ 62/ນຍ, ລົງວັນທີ 13 ພະຈິກ 2015, ກ່ຽວກັບການອຳນວຍຄວາມສະດວກໃຫ້ຄວາມຮ່ວມມືໃນການຂຶ້ນທະບຽນ ແລະ ການອອກບັດ ເຄື່ອນໄຫວຊົ່ວຄາວໃຫ້ຊາວຕ່າງປະເທດ.
ໃນໄລຍະຢຸດໂຈະຊົ່ວຄາວແມ່ນຫ້າມເດັດຂາດບໍ່ໃຫ້ມີການເກັບຊື້-ຂາຍເຫລັກເສດ, ເສດໂລຫະ ຈົນກວ່າຄະນະກຳມະການຂັ້ນແຂວງທຳການກວດກາ ແລະ ດັດສົມສຳເລັດ; ເມື່ອສຳເລັດຈາກການກວດກາ, ດັດສົມຂອງຄະນະກຳມະການຂັ້ນແຂວງແລ້ວ, ຖ້າເອກະສານຖືກຕ້ອງ ຄົບຖ້ວນຕາມລະບຽບກົດໝາຍ, ທາງຄະນະກຳມະການ ຈຶ່ງຈະອະນຸຍາດໃຫ້ເຄື່ອນໄຫວດຳເນີນທຸລະກິດຕໍ່ໄດ້.
ທັງນີ້ກໍເພື່ອເປັນການຫັນທຸລະກິດການເກັບຊື້ເຫລັກເສດ, ເສດໂລຫະ ໃຫ້ຫັນເຂົ້າສູ່ລະບຽບກົດໝາຍ ແລະ ຖືກວັດຖຸປະສົງຂອງການດຳເນີນທຸລະກິດໃນ ດ້ານນີ້ ແລະ ທັງເປັນການສະກັດກັ້ນປະກົດການຫຍໍ້ທໍ້, ຂີ້ລັກງັດແງະວັດຖຸສິ່ງ ຂອງຂອງລັດ, ບຸກຄົນ ແລະ ນິຕິບຸກຄົນເປັນຕົ້ນ: ເຫລັກເສດ, ເສດໂລຫະຕ່າງໆທີ່ມີການຊື້-ຂາຍ ແບບຊະຊາຍ.