• [vc_row css_animation="bounceInRight"][vc_column css_animation="bounceInRight"][thim-news-ticker title="Breaking news" posts_per_page="10" order="ASC"][/vc_column][/vc_row]

ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ

ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - 344569003 615776053783840 2615379363859002174 n - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ
ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - kitchen vibe - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ

ວັນທີ 4 ພຶດສະພາ 2023 ຜ່ານມາ, ເມືອງຜາອຸດົມ ແຂວງບໍ່ແກ້ວ ທໍາລາຍເຄື່ອງດື່ມ, ເຄື່ອງສໍາອາງ ໝົດອາຍຸ ແລະ ເສຍຄຸນ ໂດຍການເຂົ້າຮ່ວມ ຂອງ ທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງ (ປະທານຄະນະກໍາມະການກວດກາສິນຄ້າໝົດອາຍຸຂັ້ນເມືອງ), ມີຄະນະກໍາມະການກວດກາສິນຄ້າໝົດອາຍຸຂັ້ນເມືອງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການຈັດຕັ້ງປະຕິບັດຕາມຫລັກການພື້ນຖານ ແລະ ວິທີການນໍາໃຊ້ມາດຕະຖານ ເຕັກນິກໃນການຕິດຕາມ ແລະ ກວດກາຄຸນນະພາບ, ຄວາມປອດໄພອາຫານ ຕິດພັນກັບການກວດກາຜະລິດຕະພັນນໍາເຂົ້າທີ່ຕ້ອງຫ້າມ ສິນຄ້າເສຍຄຸນ, ໝົດອາຍຸໃນການອຸປະໂພກ-ບໍລິໂພກ ຢູ່ຕາມຮ້ານຂາຍເຄື່ອງຍ່ອຍປະເພດອາຫານ ແລະ ເຄື່ອງດື່ືມ ພາຍໃນເມືອງ. ຜ່ານການກວດກາສິນຄ້າຈິງໃນວັນທີ 22-24 ມີນາ 2023 ຜ່ານມາ ຈໍານວນ 25 ຮ້ານ ພົບເຫັນອາຫານ ແລະ ເຄື່ອງດື່ມ ທີ່ໝົດອາຍຸ ປະເພດ: ນໍ້າໂຄກແຟນຕາ, ນົມພ້ອມດື່ມ,  ນົມຂຸ້ນຫວານ, ເຂົ້າໜົມ, ແປ້ງນົມປອມ, ກາເຟ, ໂອວັນຕິນ, ໝີ່ສໍາເລັດຮູບ, ໂຈ໊ກ, ເຄື່ອງດື່ມກະທິງແດງ, ນົມໂຍເກີດ, ນໍ້າໝາກໄມ້ ແລະເຄື່ອງສໍາອາງ ລວມທັງໝົດ 16 ລາຍການ ເປັນມູນຄ່າ 16 ລ້ານ 4 ແສນກວ່າກີບ. ພ້ອມນີ້, ຄະນະກໍາມະການ ຍັງໄດ້ແນະນໍາໃຫ້ເຈົ້າຂອງຮ້ານທີ່ຜ່ານການກວດກາ ຈົ່ງເອົາໃຈໃສ່ກວດກາເບິ່ງ ວັນ ເດືອນ ປີ ໝົດອາຍຸຂອງສິນຄ້າກ່ອນນໍາເຂົ້າ ແລະ ວາງຢູ່ຮ້ານເປັນປະຈໍາ ທັງນີ້, ເພື່ອເປັນການຊຸກຍູ້-ສົ່ງເສີມ ໃຫ້ບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານນໍາເຂົ້າສິນຄ້າທີ່ຖືກຕ້ອງ ຕາມລະບຽບຫຼັກການ ແລະ ແນໃສ່ເຮັດໃຫ້ຜູ້ບໍລິໂພກ ໄດ້ອຸປະໂພກ ແລະ ບໍລິໂພກສິນຄ້າ, ອາຫານ ທີ່ມີຄຸນນະພາບ ຖືກຕ້ອງຕາມຫຼັກການໂພສະນາການວາງອອກ.

ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - Visit Laos Visit SALANA BOUTIQUE HOTEL - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ
ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - Visit Laos Visit SALANA BOUTIQUE HOTEL - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ
ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - 5 - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ
ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - 4 - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ
ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ - 3 - ເມືອງຜາອຸດົມ ທໍາລາຍອາຫານ ແລະ ເຄື່ອງດື່ມເຄື່ອງສຳອາງ ທີ່ໝົດອາຍຸການໃຊ້ງານ 16 ລາຍການ