ປີ 2025 ນໍ້າປະປາແຂວງເຊກອງ ຈະສູ້ຊົນໃຫ້ປະຊາຊົນເຂົ້າເຖິງການບໍລິການໃຫ້ໄດ້ 80%


ທ່ານ ແກ້ວປະເສີດ ແກ້ວມະນີວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຄະນະພັກ-ຄະນະນໍາ ໄດ້ຕັ້ງໜ້າເອົາໃຈໃສ່ຂອດບໍລິການເປັນຫລັກ ເພື່ອສະໜອງນໍ້າປະປາໃຫ້ສັງຄົມໃນທົ່ວແຂວງບົນພື້ນຖານນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຊຶ່ງແຜນພັດທະນາວຽກງານຂະແໜງນໍ້າປະປາຮອດປີ 2025 ສູ້ຊົນໃຫ້ປະຊາຊົນທີ່ຢູ່ອາໃສໃນຕົວເມືອງ ແລະ ຊຸມຊົນສາມາດເຂົ້າເຖິງການບໍລິການ ນໍ້າປະປາໃຫ້ໄດ້ 80%, ຕາມແຜນຍຸດທະສາດ 3S ຄື: ປອດໄພ, ສະຖຽນລະພາບ ແລະ ຄວາມຍືນຍົງ ພ້ອມນັ້ນຍັງຮັບປະກັນການປະຕິບັດງານໃຫ້ໄດ້ 23 ຕົວຊີ້ວັດຂອງລັດວິສາຫະກິດນໍ້າປະປາ.
ທ່ານ ແກ້ວປະເສີດ ແກ້ວມະນີວົງ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 2 ປີ (2021-2022) ຜ່ານມາ ມີບໍລິມາດນໍ້າຜະລິດໄດ້ທັງໝົດ 2.936.114 ແມັດກ້ອນ, ປະກອບມີ 5 ໂຮງງານຄື: ໂຮງງານຜະລິດນໍ້າປະປາຕາດເຮ້ຍ ຜະລິດໄດ້ 2.000 ແມັດກ້ອນຕໍ່ວັນ, ໂຮງງານຜະລິດນໍ້າປະປາບ້ານແບ່ງຜະລິດໄດ້ 3.000 ແມັດກ້ອນຕໍ່ວັນ, ໂຮງງານຜະລິດນໍ້າປະປາບ້ານກົງຕາຢູນຜະລິດໄດ້ 2.700 ແມັດກ້ອນຕໍ່ວັນ, ໂຮງງານຜະລິດນໍ້າປະປາບ້ານແກ້ງກຽນຜະລິດໄດ້ 400 ແມັດກ້ອນຕໍ່ວັນ, ໂຮງງານຜະລິດນໍ້າປະປາບ້ານໂນນສະຫວັນຜະລິດໄດ້ 1.000 ແມັດກ້ອນຕໍ່ວັນ; ບໍລິມາດນໍ້າຈໍາໜ່າຍ 2.203.601 ແມັດກ້ອນ ເທົ່າກັບ 8,45 ຕື້ກວ່າກີບທຽບໃສ່ແຜນການ 85,6%, ພື້ນທີ່ບໍລິການ ແລະ ຄວາມສາມາດໃນການຕອບສະໜອງນໍ້າປະປາທົ່ວແຂວງໄລຍະ 2 ປີຜ່ານມາ-ອັດຕາສ່ວນການປົກຄຸມພື້ນທີ່ບໍລິການນ້ຳປະປາ ກວມເອົາ 82%, ອັດຕາສ່ວນການສະໜອງນໍ້າປະປາໃນທົ່ວແຂວງ ກວມເອົາ 32,17%, ອັດຕາສ່ວນການສະໜອງນໍ້າປະປາໃນເທດສະບານທົ່ວແຂວງ ກວມເອົາ 86,67%, ປະຊາກອນເຂົ້າເຖິງການບໍລິການນໍ້າປະປາທັງໝົດ 42.908 ຄົນ, ຄົວເຮືອນເຂົ້າເຖິງການບໍລິການນໍ້າປະປາທັງໝົດ 7.956 ຄົວເຮືອນ, ມີຈຳນວນໝໍ້ແທກນໍ້າປະປາທັງໝົດ 8.611 ໜ່ວຍ. ຊຶ່ງໄລຍະ 2 ປີຜ່ານມາໄດ້ສຸມໃສ່ການແກ້ໄຂບັນຫາການສະໜອງນໍ້າທີ່ບໍ່ພຽງພໍມີ 14 ຈຸດ ແລະ ໄດ້ແກ້ໄຂ 10 ຈຸດ ເພື່ອເຊື່ອມລະບົບທໍ່ເຂົ້າຫາກັນ, ໄດ້ປ່ຽນລະບົບທໍ່ທາງຂຶ້ນໂຮງງານຕາດເຮັຍຈາກຟີ 200 ມາເປັນຟີ 250, ຍາວ 765 ແມັດ, ໄດ້ຍົກຍ້າຍປ່ຽນແລວທໍ່ສົ່ງບ່ອນສູງລົງມາບ່ອນຕ່ຳ ເພື່ອເພີ່ມແຮງດັນຂອງນໍ້າທໍ່ຟີ 250 ຍາວ 40 ແມັດ ນອກນັ້ນຍັງໄດ້ປັບປຸງສ້ອມແປງປ່ຽນຖ່າຍປະຕູນໍ້າທໍ່ແຈກຈ່າຍເຂົ້າແຕ່ລະບ້ານມີ 6 ຈຸດໃຫຍ່ຕື່ມອີກ.