BOU SAMNANG ນັກແລ່ນທີມຊາດກໍາປູເຈຍ ລົງແຂ່ງຊີງຫລຽນທອງປະເພດແລ່ນ 5.000 ແມັດ
BOU SAMNANG ເລີ່ມຕົ້ນອອກໂຕ ຕອນຝົນຍັງຕົກຄ່ອຍໆຢູ່ ນາງແລ່ນໄປເລື້ອຍໆ ຕາມທີ່ນາງສາມາດແລ່ນໄດ້, ຖືກແຊງນອກຮອບຫລາຍຄັ້ງຈາກກຸ່ມຜູ້ນຳ ແຕ່ນາງກໍ່ຍັງແລ່ນຕໍ່ໄປເລື່ອຍໆຈົນຝົນຕົກໜັກ ຜ່ານໄປປະມານ 7 ນາທີ ຫລັງຈາກນັ້ນນັກກິລາຄົນອື່ນໆເຂົ້າເສັ້ນໄຊກັນໝົດແລ້ວ ແຕ່ນາງກໍ່ຍັງສືບຕໍ່ແລ່ນຈົນຈົບເຖິງວ່າຈະເປັນຄົນສຸດທ້າຍ.
ສຸດເສັ້ນທາງ 5,000 ແມັດ ດ້ວຍເວລາ 22.54.220 ນາທີ ທີ່ນາງສາມາດເຮັດໄດ້… ມີສຽງຕົບມືໃຫ້ ຕາມມາດ້ວຍສຽງຮ້ອງໃຫ້ກຳລັງໃຈຈາກແຟນບານທີ່ຢູ່ເທິງອັດສະຈັນ ແລະ ຂ້າງສະໜາມ ຢືນຕໍ່ແຖວຕົບມືໃຫ້ນາງຈົນຜ່ານພົ້ນປະຕູ, ນາງໄດ້ຮ້ອງໄຫ້ ແລະ ຍົກມືນົບຂອບໃຈທຸກຄົນທ່າມກາງສາຍຝົນທີ່ລັ່ງໄຫລລົງມາ.
ມັນເປັນມື້ທີ່ຂ້ອຍເຫັນຄົນຮ້ອງໄຫ້ ໂດຍທີ່ພວກເຮົາບໍ່ເຫັນນໍ້າຕາ ແຕ່ເບິ່ງແລ້ວຮູ້ສຶກຊາບຊຶ້ງ ແລະ ຍິນດີໄປກັບນາງ.
ບໍ່ຮູ້ວ່າ ສາເຫດທີ່ແທ້ຈິງ ທີ່ນາງຮ້ອງໄຫ້ ມີຫຍັງຫລາຍກວ່ານັ້ນຫລືບໍ່? ແຕ່ທີ່ແນ່ນອນເຊື່ອວ່າ ໃນໂລກຂອງການແຂ່ງຂັນ ຜູ້ທີ່ຜ່ານເສັ້ນໄຊທີ່ 1 ແມ່ນໄວທີ່ສຸດ, ແຕ່ໃນໂລກຂອງຊີວິດຈິງ.. ຈັງຫວະຂອງຕົນເອງ ເປົ້າຫມາຍທີ່ຕັ້ງໄວ້ ເສັ້ນໄຊຄວາມສໍາເລັດ ມັນບໍ່ແມ່ນເວລາ. ຂ້ອຍຄິດວ່າມັນບໍ່ໄດ້ມີກົດຕາຍໂຕ ວ່າຄົນຍ່າງຊ້າຈະບໍ່ສາມາດປະສົບຜົນສຳເລັດໄດ້ສະເໝີໄປ… ຈຸດໝາຍຂອງຊີວິດ ບາງຄັ້ງມັນອາດບໍ່ໄດ້ວັດກັນທີ່ເວລາ… “ຊ້າ ຫລື ໄວ ກໍ່ຮອດຈຸດຫມາຍປາຍທາງໄດ້ເຊັ່ນກັນ.”
ຂໍ້ມູນ-ຮູບພາບ: Main Stand