ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ

ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - 201313 177 - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ
ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - kitchen vibe - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ

ບັນດາກຸ່ມຜູ້ສະໜັບສະໜູນອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຂອງປາກິດສະຖານຕ່າງອອກມາຊຸມນຸມປະທ້ວງເດືອດໃນຫລາຍເມືອງສໍາຄັນທົ່ວປະເທດ ຫລັງທ່ານ ຂ່ານ ຖືກຈັບໃນວັນທີ 9 ພຶດສະພາ ຕາມເວລາທ້ອງຖິ່ນ ໃນເວລາເຂົ້າຟັງຂະບວນການພິຈາລະນາຄະດີສໍ້ລາດບັງຫລວງທີ່ທ່ານໃຫ້ການວ່າຂໍ້ກ່າວຫາດັ່ງກ່າວຖືກຕັ້ງຂຶ້ນດ້ວຍແຮງຈູງໃຈທາງການເມືອງ ຢູ່ສານສູງໃນນະຄອນຫລວງອິສລາມາບັດ ຂອງປາກິດສະຖານ.

ຫລາຍພື້ນທີ່ສະຖານະການລຸກລາມກາຍເປັນເຫດປະທະກັນລະຫວ່າງກຸ່ມຜູ້ຊຸມນຸມ ແລະ ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ ເຮັດໃຫ້ມີຜູ້ຊຸມນຸມໃນເມືອງເກັດຕາເສຍຊີວິດຢ່າງໜ້ອຍ 1 ຄົນ.

ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - Visit Laos Visit SALANA BOUTIQUE HOTEL - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ
ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - Visit Laos Visit SALANA BOUTIQUE HOTEL - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ

ທ່ານ ຂ່ານ ຖືກຂັບໄລ່ອອກຈາກຕໍາແໜ່ງນາຍົກລັດຖະມົນຕີໃນເດືອນເມສາ 2022 ຫລັງຖືກກ່າວຫາໃນຫລາຍຄະດີ ແລະ ທ່ານ ຂ່ານ ໄດ້ເດີນໜ້າປຸກລະດົມໃຫ້ປາກິດສະຖານຈັດການເລືອກຕັ້ງຄັ້ງໃໝ່ ເຊິ່ງຄາດວ່າຈະເກີດຂຶ້ນໃນທ້າຍປີນີ້. ພ້ອມຢືນຢັນວ່າ: ຕົນເອງບໍ່ໄດ້ເຮັດຫຍັງຜິດ ຂໍ້ກ່າວຫາທັງໝົດເປັນໄປເພື່ອກໍາຈັດທ່ານໃນຖານະສັດຕູທາງການເມືອງ.

ພັກ Tehreek-e-Insaf ຫລື ພັກ PTI ຂອງທ່ານ ຂ່ານ ໄດ້ປະທ້ວງການຈັບກຸມດັ່ງກ່າວ ພ້ອມຮຽກຮ້ອງໃຫ້ສະມາຊິກພັກ ແລະ ບັນດາກຸ່ມຜູ້ສະໜັບສະໜູນທ່ານ ຂ່ານ ອອກມາລວມກັນຊຸມນຸມປະທ້ວງທົ່ວປະເທດ ໂດຍທ່ານ ຂ່ານ ເຄີຍຄາດຄະເນວ່າ: ສະຖານະການທີ່ຮ້າຍແຮງທີ່ສຸດອາດເກີດຂຶ້ນຖ້າທ່ານຖືກຈັບ ນີ້ຈະເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ປາກິດສະຖານເຂົ້າສູ່ຄວາມວຸ້ນວຍ ແລະ ອະທິປະໄຕ ໄຮ້ກົດໄຮ້ລະບຽບ.

ຂະນະທີ່ທາງເຈົ້າໜ້າທີ່ຕໍາຫລວດທີ່ຈັບທ່ານ ຂ່ານ ຊີ້ແຈງວ່າ: ທ່ານໄດ້ຮັບຄໍາສັ່ງໃຫ້ຈັບອະດີດຜູ້ນໍາປາກິດສະຖານອາຍຸ 70 ປີ ເນື່ອງຈາກທ່ານ ຂ່ານ ມີສ່ວນພົວພັນຕໍ່ການສໍ້ລາດບັງຫລວງ ແລະ ການປະພຶດບໍ່ຖືກຕ້ອງ ໂດຍສະເພາະກໍລະນີຈັດສັນທີ່ດິນ Al-Qadir Trust ຂອງທ່ານ ຂ່ານ ແລະ ພັນລະຍາທີ່ບໍ່ຖືກຕ້ອງຕາມກົດໝາຍ.

ທ່ານ ຂ່ານ ຊະນະການເລືອກຕັ້ງທົ່ວໄປໃນປີ 2018 ໄດ້ຄະແນນສຽງ 31,82% ແລະ ໄດ້ 149 ບ່ອນນັ່ງ ຂຶ້ນດໍາລົງຕໍາແໜ່ງນາຍົກລັດຖະມົນຕີຄົນທີ 22 ຂອງປາກິດສະຖານ ກ່ອນຈະຖືກອະພິປາຍບໍ່ໄວ້ວາງໃຈ ແລະ ຖືກຂັບໄລ່ອອກຈາກຕໍາແໜ່ງ ສົ່ງຜົນໃຫ້ທ່ານ ຂ່ານ ກາຍເປັນຝ່າຍຄ້ານຄົນສໍາຄັນທີ່ວິພາກວິຈານການເຮັດວຽກຂອງລັດຖະບານປາກິດສະຖານຊຸດໃໝ່ເລື້ອຍມາ.

ອ້າງອີງ:

https://www.bbc.com/news/world-asia-65531648

https://timesofindia.indiatimes.com/…/art…/100107114.cms

https://www.aljazeera.com/…/imran-khan-arrested-live…

ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - 5 - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ
ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - 3 - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ
ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ - 4 - ປາກິດສະຖານປະທ້ວງເດືອດ ຫລັງອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຈັບ