ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ - 346075570 1185746272822333 2363129670683413308 n - ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ
ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ - kitchen vibe - ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ວັນທີ 11 ພຶດສະພາ 2023 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງສີໂຄດຕະບອງ ໄດ້ລົງກວດກາ ແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນເຂດບ້ານໜອງສະໂນຄຳ ແລະ ບ້ານອຸບມຸງ ນຳໂດຍທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ມີບັນຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ເພື່ອປະຕິບັດຕາມຂໍ້ລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ສິ່ງກີດຂວາງ ແລະ ຄວາມບໍ່ຈົບງາມ ໃນຂອບເຂດທົ່ວເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ການລົງກວດກາຄັ້ງນີ້ ໄດ້ກວດເນື້ອໃນຂອງປ້າຍ ປ້າຍທຸກປະເພດທີ່ນຳໃຊ້ຢູ່ ສປປ ລາວ ຕ້ອງຂຽນເປັນພາສາລາວ ສຳລັບປ້າຍທີ່ຂຽນ ຫຼື ພິມເປັນພາສາລາວ ແລະ ພາສາຕ່າງປະເທດນັ້ນຕ້ອງໃຫ້ພາສາລາວຢູ່ເທິງ ພາສາຕ່າງປະເທດຢູ່ລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍຂອງປ້າຍ ຂະໜາດຕົວໜັງສືພາສາຕ່າງປະເທດບໍ່ໃຫ້ໃຫຍ່ເກີນສອງສ່ວນສາມຂອງຕົວໜັງສືລາວ ສຳລັບປ້າຍໂຄສະນາທີ່ມີເຄື່ອງໝາຍການຄ້າຕ້ອງຂຽນ ຫຼື ພິມພາສາລາວຢູ່ເທິງກາໝາຍການຄ້າທີ່ເປັນພາສາຕ່າງປະເທດ ປ້າຍກ່ຽວກັບຄຳຂວັນ ການທູດ ການພົວພັນສາກົນຂອງ ສປປ ລາວ ຫຼື ຕ່າງປະເທດຂະໜາດຕົວໜັງສືລາວ ເຮືອນພັກຂອງຫົວໜ້າສຳນັກງານດັ່ງກ່າວໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບກວດຜ່ານ ພ້ອມກັນນັ້ນກໍໄດ້ກວດກາພື້ນສີຂອງປ້າຍໃຫ້ຖືກຕ້ອງຕາມຫຼັກການ.

ຜ່ານການລົງກວດກາໄດ້ພົບເຫັນປ້າຍຈຳນວນໜຶ່ງບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະ ປ້າຍບໍ່ມີພາສາລາວ ຕໍ່ກັບເຫດການດັ່ງກໍໄດ້ຕັກເຕືອນ ແລະ ເຮັດບົດທຶກກັບເຈົ້າຂອງປ້າຍ ຖ້າບໍ່ປະຕິບັດຕາມບົດບັນທຶກຈະຖືກປັບໃໝ່ຕາມລະບຽບການທີ່ກຳນົດໄວ້ຄື ຄັ້ງທີ່ 1 ໃຫ້ເວລາໃນການປັບປຸງ ແກ້ໄຂປ້າຍທີ່ບໍ່ຖືກຕາມລະບຽບການພາຍໃນ 7 ວັນໃຫ້ສຳເລັດ ຄັ້ງທີ 2 ເຮັດບົດບັນທຶກພ້ອມທັງປັບໃໝສອງເທົ່າຂອງຄ່າທຳນຽມປ້າຍ ຕາມຂະໜາດຂອງປ້າຍ ຄັ້ງທີ 3 ຖ້າບໍ່ມີການປັບປຸງ ແກ້ໄຂຄະນະກຳມະການຈະໃຊ້ມາດຕະການເລີກຮື້ປ້າຍ ສ່ວນຄ່າໃຊ້ຈ່າຍໃນການເລີກຮື້ແມ່ນເຈົ້າຂອງປ້າຍເປັນຜູ້ຮັບຜິດຂອບທັງໝົດ.

ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ - 5 - ເມືອງສີໂຄດຕະບອງ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!