ສານສູງສຸດອາເມລິກາເຫັນພ້ອມຄຳສັ່ງ ຫ້າມຄົນເຂົ້າເມືອງຂອງທ່ານ ທຣຳ ແລ້ວ
ສານສູງສຸດອາເມລິກາເຫັນພ້ອມຄຳສັ່ງຫ້າມຄົນເຂົ້າເມືອງແບບຄວບຄຸມຂອງປະທານາທິບໍດີ ໂດນັນ ທຣຳ ແລ້ວ.
ສານສູງສຸດເຫັນພ້ອມຕາມຄຳຮ້ອງຂອງລັດຖະບານທີ່ຂໍໃຫ້ຢັບຢັ້ງຄຳຕັດສິນຂອງສານອຸທອນໃນອາທິດກ່ອນທີ່ອະນຸຍາດໃຫ້ຜູ້ລີ້ໄພອີກ 24.000 ຄົນເຂົ້າອາເມລິກາໄດ້ຫາກມີໜັງສືຢ່າງເປັນທາງການຈາກສຳນັກງານຫາທີ່ຕັ້ງຖິ່ນຖານ, ສ່ວນຄຳຕັດສິນສ່ວນທີ່ອະນຸຍາດໃຫ້ພີ່ນ້ອງໃກ້ຊິດຂອງຜູ້ພັກອາໄສຢູ່ອາເມລິກາຢ່າງຖືກຕ້ອງຕາມກົດໝາຍສາມາດເດີນທາງເຂົ້າອາເມລິກາໄດ້ນັ້ນ ລັດຖະບານບໍ່ໄດ້ຍື່ນຄັດຄ້ານ.
ຄຳຕັດສິນຂອງສານສູງສຸດຖືເປັນໄຊຊະນະບາງສ່ວນຂອງທ່ານ ທຣຳ ກ່ອນທີ່ສານອຸທອນຈະສືບສວນໃນເດືອນຕຸລາວ່າ: ຄຳສັ່ງຂອງທ່ານ ທຣຳ ໃນວັນທີ 6 ມີນາ ທີ່ຫ້າມຄົນຈາກອີຣານ, ລີບີ, ໂຊມາລີ, ຊູດັງ, ຊີຣີ ແລະ ເຢເມນເຂົ້າອາເມລິກາເປັນເວລາ 90 ວັນ ແລະ ຫ້າມຜູ້ລີ້ໄພເຂົ້າອາເມລິກາເປັນເວລາ 120 ວັນ ຂັດຕໍ່ລັດຖະທຳມະນູນ ຫຼື ບໍ່, ພາຍຫລັງສານສູງສຸດມີຄຳຊີ້ຂາດໃຫ້ຄຳສັ່ງບັງຄັບໃຊ້ໄດ້ບາງສ່ວນ ຈາກທີ່ສານອຸທອນຫ້າມໃຊ້ທັງໝົດ ເຮັດໃຫ້ຄຳສັ່ງນີ້ມີຜົນບັງຄັບໃຊ້ແຕ່ເດືອນມິຖຸນາ.