ກົນໄກຄຸ້ມຄອງເງິນເຟີ້ໃນຮູບແບບອອກພັນທະບັດຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບຜົນດີ

ທ່ານ ສຸລິສັກ ທຳນຸວົງ, ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ກ່ຽວກັບການຈຳໜ່າຍພັນທະບັດຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ສຳພາດຜ່ານວິທະຍຸກະຈາຍສຽງແຫ່ງຊາດວັນທີ 9 ພຶດສະພາ 2023 ຜ່ານມານີ້ວ່າ: ນັບແຕ່ກາງປີ 2022 ມາຮອດປັດຈຸບັນ ທຫລ ໄດ້ອອກພັນທະບັດສະກຸນເງິນກີບໄປແລ້ວ 2 ງວດ ແລະ ກຽມຈະຈຳໜ່າຍພັນທະບັດຕື່ມອີກໃນງວດທີ 2 (ຄັ້ງທີ 3) ທີ່ໄດ້ຜ່ານການຮັບຮອງຈາກລັດຖະບານແລ້ວ ຈໍານວນ 2.000 ຕື້.
ທ່ານໃຫ້ວ່າ: ທຫລ ຄາດຄະເນໄວ້ຢູ່ແລ້ວວ່າເມື່ອມີບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງ ທຫລ ຈຶ່ງອອກພັນທະບັດເພື່ອເປັນເຄື່ອງມືນະໂຍບາຍເງິນຕາ. ການອອກພັນທະບັດດັ່ງກ່າວແມ່ນພຽງໄລຍະສັ້ນ 3 ເດືອນ ຫລື 6 ເດືອນເທົ່ານັ້ນ ເພື່ອແກ້ໄຂສະພາບເງິນເຟີ້. ການອອກພັນທະບັດ ແມ່ນການດູດເງິນອອກຈາກລະບົບ, ໝາຍຄວາມວ່າ: ທຫລ ມີໜ້າທີ່ໃນການອັດສີດເງິນກີບເຂົ້າ ຫລື ດູດເງິນກີບອອກ ຍ້ອນ ທຫລ ສາມາດພິມໄດ້ແຕ່ເງິນກີບ, ແຕ່ບໍ່ສາມາດພິມເງິນຂອງປະເທດອື່ນໄດ້. ສະນັ້ນ ການເພີ່ມປະລິມານເງິນ ຫລື ການອັດສີດເງິນເຂົ້າເພື່ອກະຕຸ້ນເສດຖະກິດໃນໄລຍະທີ່ມີອັດຕາເງິນເຟີ້ສູງ ແມ່ນມີຄວາມຈໍາເປັນຕ້ອງຂາຍພັດທະບັດເພື່ອດູດເງິນຢູ່ໃນລະບົບເສດຖະກິດອອກມາເພື່ອເຮັດໃຫ້ຄວາມຕ້ອງການເງິນກີບເພີ່ມສູງຂຶ້ນ.
ທ່ານຢືນຢັນວ່າ: ຜ່ານການອອກພັນທະບັດມາແລ້ວ 2 ງວດ ເຫັນວ່າໄດ້ຮັບຄວາມສົນໃຈຈາກສັງຄົມເປັນຢ່າງດີ, ປະຊາຊົນມີຄວາມເຂົ້າໃຈ, ເລີ່ມຈາກຄວາມສົງໄສຫັນມາເປັນຄວາມເຊື່ອໝັ້ນ ແລະ ປະກອບສ່ວນຊື້ພັດທະບັດຈົນເຮັດໃຫ້ພັນທະບັດບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ຫລື ສັງຄົມ.
ສໍາລັບທະນາຄານແຫ່ງ ສປປ ລາວ ໄດ້ອອກຈໍາໜ່າຍພັນທະບັດສະກຸນເງິນກີບ ງວດທີ 1, ເລີ່ມແຕ່ວັນທີ 15 ເດືອນມິຖຸນາ 2022, ວົງເງິນ 5.000 ຕື້ກີບ, ອັດຕາດອກເບ້ຍ 20% ຕໍ່ປີ, ອາຍຸ 6 ເດືອນ. ສ່ວນງວດທີ 2 ເລີ່ມຈໍາໜ່າຍໃນວັນທີ 9 ເດືອນມັງກອນ 2023, ວົງເງິນ 1.000 ຕື້ກີບ, ອັດຕາດອກເບ້ຍ 20% ຕໍ່ປີ, ອາຍຸການ 6 ເດືອນ, ຕໍ່ມາໄດ້ເລີ່ມຈຳໜ່າຍພັດທະບັດ ງວດທີ 2, ຄັ້ງທີ 2 ໃນວັນທີ 28 ກຸມພາ 2023, ວົງເງິນ 1.000 ຕື້ກີບ, ອັດຕາດອກເບ້ຍ 15% ຕໍ່ປີ, ອາຍຸການ 6 ເດືອນ.
ສ່ວນການຈໍາໜ່າຍພັນທະບັດ ງວດທີ 2 (ຄັ້ງທີ 3) ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການແລ້ວວ່າ ຈະຈໍາໜ່າຍໃນລະຫວ່າງວັນທີ 15-17 ພຶດສະພາ 2023 ນີ້, ວົງເງິນ 2.000 ຕື້ກີບ, ອັດຕາດອກເບ້ຍ 15% ຕໍ່ປີ, ອາຍຸການ 6 ເດືອນ.