ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ

ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - 346497037 656308502968889 6769148567842072665 n - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ
ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - kitchen vibe - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ

ໜັງສືພິມປະຊາຊົນລາຍງານວ່າ: ປັດຈຸບັນ, ການສຶກສາຊັ້ນສູງໃນທົ່ວໂລກແມ່ນຖືກຮັບຮອງເປັນບຸລິມະສິດທີ່ສໍາຄັນອັນໜຶ່ງ ເພື່ອສົ່ງເສີມໃຫ້ມີການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ການເຕີບໂຕທາງດ້ານເສດຖະກິດໂດຍຜ່ານການຍົກລະດັບທັກສະ ແລະ ການຄົ້ນຄວ້າວິທະຍາສາດ. ໃນນັ້ນ, ຕາມຂໍ້ມູນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ ໃຫ້ຮູ້ວ່າ: ການຊຸກຍູ້ສົ່ງເສີມສະຖາບັນການສຶກສາຊັ້ນສູງຂອງລາວໃນການຫັນເປັນສາກົນໂດຍການເພີ່ມທະວີ ການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ຍັງແມ່ນບຸລິມະສິດໜຶ່ງ ເພື່ອປັບປຸງການຮຽນ-ການສອນ ຊຶ່ງຊ່ວຍໃຫ້ການສຶກສາຊັ້ນສູງສາມາດຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິຜົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ, ເປີດລະບົບການສຶກສາຊັ້ນສູງຂອງ ສປປ ລາວ ສູ່ຍຸດທະສາດການຫັນເປັນສາກົນ, ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ກ່າວວ່າ: ເປົ້າໝາຍລວມ ຂອງໂຄງການເປີດລະບົບການສຶກສາຊັ້ນສູງຂອງ ສປປ ລາວ ສູ່ຍຸດທະສາດການຫັນເປັນສາກົນ (OPEN) ເພື່ອເພີ່ມຄຸນະພາບດ້ານວິຊາການ ແລະ ກິດຈະກໍາການຄົ້ນຄວ້າວິໄຈ ຂອງບັນດາມະຫາວິທະຍາໄລໃນລາວຜ່ານການພັດທະນາຂີດຄວາມສາມາດການຫັນເປັນສາກົນ ຊຶ່ງມີຈຸດປະສົງສັງລວມໂຄງການຫັນເປັນສາກົນ, ຂີດຄວາມສາມາດຂອງບຸກຄະລາກອນ ໃນສະຖາບັນການສຶກສາຊັ້ນສູງດ້ວຍເປົ້າໜາຍໃນ 5 ສະຖາບັນການສຶກສາຊັ້ນສູງຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ ແລະ  ມະຫາວິທະຍາໄລວິທະຍາສາດສຸຂະພາບ. ເພື່ອພ້ອມກັນປະຕິຮູບການຄຸ້ມຄອງຂອງກະຊວງສສກ ແລະ ເສີມຂະຫຍາຍເຄື່ອຄ່າຍສາກົນໂດຍການປະຕິບັດຍຸດທະສາດໃນຂົງເຂດສຳຄັນຂອງລະບົບການສຶກສາໃນລາວ

ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ
ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - Visit Laos Visit SALANA BOUTIQUE HOTEL - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ

ສຳລັບຜົນໄດ້ຮັບຈາກໂຄງການດັ່ງກ່າວ, ແມ່ນຈະເປັນການເພີ່ມທະວີການຮ່ວມມືລະຫວ່າງສະຖາບັນ ແລະ ແລກປ່ຽນການປະຕິບັດທີ່ດີ ຜ່ານການວິເຄາະຄວາມຕ້ອງການສ້າງສະຖາບັນ, ສ້າງຄວາມເຂັ້ມແຂງການຫັນເປັນສາກົນຂອງລະບົບການສຶກສາຊັ້ນສູງ. ການສ້າງຍຸດທະສາດການຫັນເປັນສາກົນສຳລັບສະຖາບັນການສຶກສາຊັ້ນສູງໃນລາວ ແລະ ສ້າງແຜນງານ ດ້ານນະໂຍບາຍເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດ ການຫັນເປັນສາກົນ, ການຍົກລະດັບຄວາມສາມາດຂອງພະນັກງານການຄຸ້ມຄອງ ແລະ ພະນັກງານບໍລິຫານໃນການແກ້ໄຂການຫັນເປັນສາກົນໂດຍຜ່ານການຝຶກອົບຮົມໃນການປະຕິບັດຢ່າງຄົບຊຸດ. ການສ້າງເຄືອຂ່າຍແຫ່ງຊາດ ແລະ ສົ່ງເສີມການເຂົ້າຮ່ວມເຄື່ອຂ່າຍຂອງໂຄງການເປີດ (OPEN) ໃນກອງປະຊຸມສຶກສາຊັ້ນສູງລະດັບສາກົນ ແລະ ເພື່ອຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ບຸກຄົນທົ່ວໄປກ່ຽວກັບການຫັນເປັນສາກົນພາຍໃນຂອງສະຖາບັນການສຶກສາຊັ້ນສູງ.

ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - 4 - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ
ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - 5 - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ
ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ - 3 - ການສຶກສາຊັ້ນສູງເປັນບຸລິມະສິດໜຶ່ງທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດ