ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023

ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023 - 5 4 1024x514 1 - ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023
ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023 - kitchen vibe - ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023

ວັນທີ 11 ພຶດສະພາ 2023 ຜ່ານມາ, ທີ່ພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນບົດບັນທຶກການມອບ-ໂອນ ການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ປີ 2023 ໂດຍການເປັນປະທານເປີດພິທີເຊັນບົດບັນທຶກຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດຕາງໜ້າເຊັນບົດບັນທຶກລະຫວ່າງ ທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ຄໍາເພັດ ຈັນທະວົງ ຫົວໜ້າຫ້ອງວ່າການ ແຂວງຫຼວງນໍ້າທາ.

ອີງຕາມ ຂໍ້ຕົກລົງວ່າດ້ວຍການເຮັດທົດລອງມອບຫົວໜ່ວຍວິສາຫະກິດໃຫ້ 09 ແຂວງຄຸ້ມຄອງ ປີ 2023 ສະບັບເລກທີ 0698/ກງ, ລົງວັນທີ 10 ມີນາ 2023; ອີງຕາມ ຄໍາແນະນໍາວ່າດ້ວຍການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ປີ 2023, ສະບັບເລກທີ 0697/ກງ, ລົງວັນທີ 10 ມີນາ 2023. ກະຊວງການເງິນ ແລະ ແຂວງຫຼວງນໍ້າທາ ເຫັນດີເປັນເອກະພາບ ມອບ-ຮັບ ການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງໃນໄລຍະຜ່ານມາ ໃຫ້ແຂວງຫຼວງນໍ້າທາ ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໃນປີ 2023 ເພື່ອສ້າງຄວາມເຂັ້ມແຂງໃຫ້ແຂວງຫຼວງນໍ້າທາ ກ້າວເປັນແຂວງກຸ້ມຕົນເອງ ແລະ ເກີນດຸນໃນຕໍ່ໜ້າ ເຊິ່ງປະກອບມີ 04 ຫົວໜ່ວຍວິສາຫະກິດຄື: ບໍລິສັດ ສົ່ງເສີມການພັດທະນາເສດຖະກິດການຄ້າ ລາວ-ຈີນ ຈໍາກັດ; ບໍລິສັດ ຫົງດາ ການຄ້າ ຈຳກັດ; ບໍລິສັດ ຈີງຢຸ່ນ ບໍລິການທຸລະກິດ ຈຳກັດ ແລະ ບໍລິສັດ ນໍ້າລອງ ພາວເວີ ຈຳກັດ. ສໍາລັບລາຍຮັບທີ່ມອບໃຫ້ແຂວງຈັດເກັບປະກອບມີ: ລາຍຮັບສ່ວຍສາອາກອນ (ອາກອນກໍາໄລ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ອາກອນລາຍໄດ້ ແລະ ອື່ນໆ);  ລາຍຮັບຊັບສິນ (ຄ່າຊັບພະຍາກອນ, ຄ່າເຊົ່າດິນ, ຄ່າພາກຫຼວງ ແລະ ຄ່າສໍາປະທານ).

ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໃຫ້ກຽດໂອ້ລົມຕໍ່ພິທີເຊັນບົດບັນທຶກຄັ້ງນີ້ ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດ ວ່າ: ວຽກງານຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ທ້ອງຖິ່ນສືບຕໍ່ຄຸ້ມຄອງ ເພື່ອຮັບປະກັນໃຫ້ທ້ອງຖິ່ນ ກຸ້ມຕົນເອງທາງດ້ານງົບປະມານ ແມ່ນວຽກງານຍຸດທະສາດສໍຳຄັນຂອງຂະແໜງການເງິນ. ສະນັ້ນ, ບັນດາກົມກ່ຽວຂ້ອງ  ແລະ ບັນດາແຂວງ ໃຫ້ປະສານສົມທົບ ເພື່ອສະຫນອງຂໍ້ມູນຕ່າງໆຂອງຫົວຫນ່ວຍວິສາຫະກິດໃຫ້ແຂວງ; ຝຶກອົບຮົມ, ແນະນຳ ວຽກງານການຄຸ້ມຄອງ, ຕິດຕາມ ການຈັດເກັບລາຍຮັບງົບປະມານແຫ່ງລັດ ຕາມຈຸດພິເສດຂອງແຕ່ລະຫົວຫນ່ວຍວິສາຫະກິດ; ເປັນເຈົ້າການສົມທົບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອຕິດຕາມເກັບກຳຖານຂໍ້ມູນຂອງຫົວໜ່ວຍວິສາຫະກິດ, ເອົາໃຈໃສ່ຈຸດພິເສດຂອງກຸ່ມວິສາຫະກິດທີ່ໄດ້ມອບ-ໂອນ ທີ່ມີການມອບພັນທະທີ່ແຕກຕ່າງກັນ. ສໍາລັບແຂວງຫຼວງນໍ້າທາ   ເປັນແຂວງໜຶ່ງທີ່ມີເສັ້ນທາງລົດໄຟລະຫວ່າງປະເທດຜ່ານ 2 ສະຖານີ ຄື: ສະຖານີບໍ່ເຕັນ ແລະ ສະຖານີ ນາເຕີຍ, ເຊິ່ງຈະເປັນການສ້າງໂອກາດໃຫ້ແກ່ການຂົນສົ່ງໂດຍສານ ແລະ ສິນຄ້າ, ຍູ້ແຮງການຜະລິດກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ ໃຫ້ເຕີບໂຕ ແລະ ເສດຖະກິດພາຍໃນແຂວງ ຈະໄດ້ຮັບການພັດທະນາເປັນກ້າວໆ; ນັ້ນລ້ວນແລ້ວແຕ່ເປັນປັດໃຈຂັບເຄື່ອນທາງດ້ານການພັດທະນາເສດຖະກິດ-ສັງຄົມ ໂດຍສອດຄ່ອງກັບທິດທາງການປະຕິຮູບໂຄງສ້າງເສດຖະກິດແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງພາຍໃນ.

ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023 - 5 - ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023
ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023 - 4 - ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023
ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023 - 3 - ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023