ສປຊ ເຜີຍການໂຈມຕີຢູ່ເຢແມນໜັກໜ່ວງຂຶ້ນທ່າມກາງສະພາບອຶດຫິວ
March 30, 2017 - 5:38 PM


ທ່ານ ອິສມາວ ອຸດເຊດອາເໝັດ ຜູ້ແທນພິເສດຢູ່ເຢແມນ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາ ຊາດ ກົດດັນລັດຖະບານເຢແມນ ແລະ ກຸ່ມກະບົດຊາວຣູທີນິກາຍຊີອະ ດຳເນີນມາດຕະການທີ່ສ້າງສັນທາງການ ເມືອງ ແລະ ຄວາມໝັ້ນຄົງ ເພື່ອຢຸດຕິສົງຄາມຢູ່ເຢແມນ ແລະ ຈັດຕັ້ງລັດຖະບານ. ສົງຄາມຢູ່ເຢແມນເຮັດໃຫ້ ພົນລະເມືອງເສຍຊີວິດກວ່າ 10.000 ຄົນ ແລະ ບໍ່ມີບ່ອນຢູ່ຫລາຍກວ່າ 3 ລ້ານຄົນ. ຂະນະທີ່ຄວາມພະຍາຍາມ ຂອງ ສປຊ ໃນການເຈລະຈາສັນຕິພາບຍັງບໍ່ຄືບໜ້າ.