ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ

ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - 292529348 3417891101772964 2418116774855286386 n - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ
ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - kitchen vibe - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ

ອີງຕາມຂໍ້ມູນຈາກພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ ມາຮອດວັນທີ 14 ພຶດສະພາ 2023 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 2.041 ຄົນ, ຕິດເຊື້ອໃໝ່ 35 ຄົນ, ແຂວງຄຳມ່ວນ 364 ຄົນ, ແຂວງ ອຸດົມໄຊ 318 ຄົນ, ນະຄອນຫລວງວຽງຈັນ 234 ຄົນ ແລະ ແຂວງອື່ນໆ… ຕາມລຳດັບ, ສໍາລັບອາການຂອງຄົນທີ່ເປັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ມີໄຂ້ສູງ 2-3 ວັນ, ເຈັບຫົວ, ປວດກະໂບງຕາ ປວດກ້າມຊີ້ນ, ປວດຕາມຂໍ້ກະດູກ ປວດຮາກ, ມີຜື່ນແດງຕາມຜີວໜັງ, ເລືອດຊຶມຕາມເຍື່ອເມືອກ, ຖ້າຮຸນແຮງຈະເກີດມີອາການຊ໋ອກ. ສະນັ້ນ ເມື່ອທ່ານ ແລະ ຄົນໃນຄອບຄົວຂອງທ່ານຮູ້ສຶກບໍ່ສະບາຍ ເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍທີ່ໃກ້ບ້ານທ່ານໂດຍດ່ວນ ເພື່ອໃຫ້ແພດໝໍໄດ້ບົ່ງມະຕິແລ້ວກິນຢາຕາມແພດສັ່ງໃຫ້ຖືກວິທີ ແລະ ປິ່ນປົວຕາມອາການໃຫ້ທັນເວລາ ຫ້າມບໍ່ໃຫ້ຊື້ຢາມາກິນເອງ.

ການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ແມ່ນເກີດຂຶ້ນມາຫລາຍປີ ເຮັດໃຫ້ເກີດມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວໃນແຕ່ລະປີ ເມື່ອຮອດລະດູຝົນແລ້ວຈະມີຜູ້ເປັນພະຍາດໄຂ້ຍຸງລາຍຈຳນວນຫລາຍ ເພື່ອບໍ່ໃຫ້ເປັນພະຍາດດັ່ງກ່າວໃນລະດູຝົນນີ້ ທຸກຄົນຕ້ອງພ້ອມກັນເປັນເຈົ້າການມີສະຕິໃນການປ້ອງກັນໂດຍສະເພາະການຮັກສາຄວາມສະອາດພາຍໃນ ແລະ ພາຍນອກເຮືືອນໃຫ້ສະອາດຢູ່ສະເໝີ ເຮັດອະນາໄມກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ບໍ່ໄດ້ໃຊ້ຖີ້ມ ເມື່ອເວລາຝົນຕົກລົງມາບໍ່ໃຫ້ມີນໍ້າຂັງ ກາຍເປັນບ່ອນເພາະພັນຂອງຍຸງລາຍ ແລະ ຖ້າບ້ານເຮືອນມີຫຍ້າຮົກເຮື້ອ ຫລື ມີຕົ້ນໄມ້ຫົ່ມຫລາຍກໍຕ້ອງໄດ້ອະນາໄມ ຕັດຮອນຖິ້ມໃຫ້ມີແສງແດດສອດສ່ອງແດ່ກໍຈະເປັນການດີ ພ້ອມນັ້ນ ເວລານອນກາງເວັນ ຫຼື ກາງຄືນທຸກຄົນກໍຕ້ອງນອນໃນມຸ້ງ ທາຢາກັນຍຸງ ແລະ ອື່ນໆ.

ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - Visit Laos Visit SALANA BOUTIQUE HOTEL - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ
ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - Visit Laos Visit SALANA BOUTIQUE HOTEL - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ
ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - 4 - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ
ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - 5 - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ
ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ - 3 - ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 2.041 ຄົນ