ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - 8897 - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - kitchen vibe - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ຜູ້ເກົ່າ ແລະ ຜູ້ຮັກສາການ ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ໄດ້ມີຂຶ້ນໃນວັນທີ 15 ພຶດສະພາ 2023, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ຄຳແພງ ເພັດຫົວໜ້າກອງບັນຊາການ ປກສ ແຂວງ.

ໃນພິທີ, ທ່ານ ພັທ ກົງແກ້ວ ພູວົງສີ ຮອງຫົວໜ້າຫ້ອງຕຳຫລວດ ໄດ້ຜ່ານບົດບັນທຶກການມອບຮັບໜ້າທີ່ ເຊິ່ງໄດ້ຍົກໃຫ້ເຫັນສະພາບຈຸດພິເສດລວມຂອງຫ້ອງ, ພ້ອມທັງຕີລາຄາການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ແລະ ມອບບັນດາວຽກທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ; ຈາກນັ້ນ ທ່ານ ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງຕຳຫລວດ ຜູ້ເກົ່າ ແລະ ທ່ານ ພັທ ສຸລິວົງ ສີລິມະໂນທຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຮັກສາການຫົວໜ້າຫ້ອງຕຳຫລວດຜູ້ໃໝ່ ໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນເປັນທາງການ.

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່

ໂອກາດນີ້, ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ບັນດານາຍຕຳຫລວດທີ່ໄດ້ຮັບການມອບໝາຍໜ້າທີ່ຈົ່ງສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນຜູ້ບັນຊາຫລັກແຫລ່ງແກ່ນສານ ຂອງພັກ-ລັດ, ຂອງກຳລັງປ້ອງກັນຄວາມສະຫງົບ ພ້ອມກັນເຮັດໜ້າທີ່ການເມືອງໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ, ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ປັບປຸງແບບແຜນວິທີ່ເຮັດວຽກ ໃຫ້ດີກວ່າເກົ່າ ບົນພື້ນຖານຄວາມສາມັກຄີ ເປັນເອກະພາບກັບໝູ່ຄະນະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

 

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - 4 - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - 3 - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ - 5 - ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງຕຳຫລວດ ປກສ ແຂວງ ໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່