ລິເລີ່ມໂຄງການສຶກສາຮ່ວມ ກ່ຽວກັບການປ່ຽນແປງສະພາບອຸທົກກະສາດໃນອ່າງແມ່ນໍ້າຂອງຕອນເທິງ

ວັນທີ 15 ພຶດສະພາ 2023, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ຈັດກອງປະຊຸມລິເລີ່ມໂຄງການສຶກສາຮ່ວມກ່ຽວກັບການປ່ຽນແປງ ສະພາບອຸທົກກະສາດໃນອ່າງແມ່ນໍ້າຂອງຕອນເທິງ ທີ່ໄດ້ຮັບການອະນຸມັດຈາກກອງທຶນພິເສດ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປັດຈຸບັນ, ສະພາບອຸທົກກະສາດໃນອ່າງແມ່ນໍ້າຂອງມີການປ່ຽນແປງ ເນື່ອງຈາກການດຳເນີນງານຂອງເຂື່ອນໃນຕອນເທິງ ສົມທົບກັບການປ່ຽນແປງດິນຟ້າອາກາດ, ການປ່ຽນແປງການນໍາໃຊ້ທີ່ດິນ ໂດຍສະເພາະການພັດທະນາຕົວເມືອງ ກໍຖືເປັນສິ່ງທ້າຍທາຍທີ່ສຳຄັນ ເຊິ່ງສົ່ງຜົນກະທົບຕໍ່ການປ່ຽນແປງຂອງສະພາບອຸທົກກະສາດຢ່າງຫລວງຫລາຍ. ຕໍ່ກັບບັນຫາດັ່ງກ່າວ, ໃນກອບລະດັບພາກພື້ນ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ສົມທົບກັບສູນຮ່ວມມືດ້ານຊັບພະຍາກອນນໍ້າ ຂອງ ສປ ຈີນ ໄດ້ມີການຮ່ວມມືກັນໃນການສຶກສາຄົ້ນຄວ້າຮ່ວມ. ໂດຍອີງໃສ່ບົດຮຽນ ແລະ ແນວຄວາມຄິດຂອງການສຶກສາຮ່ວມໃນລະດັບພາກພື້ນ ສົມທົບກັບການຄົ້ນຄວ້າທີ່ຍັງຈຳກັດທາງດ້ານວິຊາການ, ເຕັກໂນໂລຊີ ກ່ຽວກັບການປ່ຽນແປງສະພາບອາກາດ ຂອງ ສປປ ລາວ, ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ໄດ້ຮ່າງບົດສະເໜີໂຄງການ ເພື່ອສຶກສາ ກ່ຽວກັບສະພາບການປ່ຽນແປງຂອງແມ່ນໍ້າຂອງ ຕອນເທິງ ຊຶ່ງຈະໄດ້ສຶກສານັບແຕ່ເຂື່ອນໄຊຍະບູລີ ຂຶ້ນໄປຫາອ່າງແມ່ນໍ້າລ້ານຊ້າງ ໂດຍຄໍານຶງເຖິງການພັດທະນາເຂື່ອນໄຟຟ້າ, ການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ ໃນປີ 2021 ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການອະນຸມັດຢ່າງເປັນທາງການຈາກ ສປ ຈີນ ໃນປີ 2022 ເພື່ອກວດສອບການປ່ຽນແປງປະລິມານນໍ້າໄຫລໃນອ່າງແມ່ນໍ້າຂອງຕອນເທິງ. ໂດຍສະເພາະແມ່ນການປະເມີນຜົນກະທົບທາງດ້ານອຸທົກກະສາດ ພາຍໃຕ້ມະໂນພາບການພັດທະນາ ແລະ ການປ່ຽນແປງຕ່າງໆ; ການເພີ່ມທະວີການຮັບຮູ້ຂອງຊຸມຊົນ ຕໍ່ກັບສະພາບ ແລະ ແນວໂນ້ມການປ່ຽນແປງຂອງນໍ້າໃນອ່າງແມ່ນໍ້າຂອງ; ການສ້າງຄວາມສາມາດໃຫ້ແກ່ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການວິເຄາະທາງດ້ານອຸທົກກະສາດ.