ອິຕາລີ ເກີດນ້ຳຖ້ວມຄັ້ງໃຫຍ່ ເມືອງທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ມີຜູ້ເສຍຊີວິດແລ້ວ 2 ຄົນ
May 17, 2023 - 1:26 PM
ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 16 ພຶດສະພາ 2023 ຜ່ານມາ, ສະຖານະການນ້ຳຖ້ວມໃນຫລາຍເມືອງທ່ອງທ່ຽວທີ່ຢຸ່ແຄມຝັ່ງທະເລ ທາງພາກເໜືອຂອງອິຕາລີ ຫລັງຈາກຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳສາຍສຳຄັນລົ້ນເຂົ້າຖ້ວມບ້ານເຮືອນປະຊາຊົນ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ
ທາງການປະກາດເຕືອນປະຊາຊົນໃຫ້ຍ້າຍຂຶ້ນສູ່ພື້ນທີ່ສູງ ຫລັງຈາກລະດັບນ້ຳເພີ່ມຂຶ້ນສູງ, ດ້ານສຳນັກງານອຸຕຸວິທະຍາຂອງອິຕາລີ ລາຍງານວ່າ: ຄາດວ່າຈະມີຝົນຕົກໜັກຕໍ່ເນື່ອງອີກຫລາຍວັນ ຫລັງຈາກພື້ນທີ່ທາງພາກເໜືອປະເຊີນກັບຝົນຕົກໜັກມາຕະຫລອດຫລາຍອາທິດ.