ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ

ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - 7897 - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ
ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - kitchen vibe - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ ຈັດຂຶ້ນໃນວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ, ໂດຍມີຄະນະຜູ້ແທນຂັ້ນສູງຈາກປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ 46 ປະເທດ ແລະ ອົງການເຄືອຂ່າຍ ສປຊ ປະຈຳພາກພື້ນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານປະມານ 21 ພາກສ່ວນເຂົ້າຮ່ວມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ເປັນຕົ້ນບັນຫາທີ່ຕິດພັນກັບຄວາມຮັບຜິດຊອບຂອງອະນຸກຳມະການຕ່າງໆ, ວຽກງານບໍລິຫານກອງເລຂາ ແລະ ເພື່ອປຶກສາຫາລືວາງແຜນວຽກຂອງອົງການປະຈຳປີ 2023 ແລະ ວຽກໃນຕໍ່ໜ້າ.

ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ກ່າວຄຳປາໄສໃນກອງປະຊຸມ ໃນພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ເປັນຕົ້ນ ບັນຫາດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ສົ່ງຜົນກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະຕໍ່ກັບບັນດາປະເທດທີ່ມີຄວາມບອບບາງ ເຊິ່ງອາດເປັນປັດໄຈສຳຄັນທີ່ເຮັດໃຫ້ປະເທດເຫລົ່ານັ້ນ ບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້. ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນຫລາຍຕໍ່ກັບແນວທາງການພັດທະນາ ແລະ ການເຕີບໂຕສີຂຽວ, ສະອາດ ແລະ ມີຄວາມທົນທານຕໍ່ການປ່ຽນ ແປງຂອງດິນຟ້າອາກາດ; ພ້ອມທັງຢໍ້າຄືນຄວາມໝາຍໝັ້ນໃນການສະກັດກັ້ນ ແລະ ຫລຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ; ລວມເຖິງການຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງນະໂຍບາຍ ແລະ ຍຸດທະສາດດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ໃຫ້ສົມບູນແບບ ແລະ ແທດເໝາະຍິ່ງຂຶ້ນ.

ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ
ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ

ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030.

ນອກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຫ້າວຫັນໃນການປະກອບຄຳເຫັນ ໃນວາວລະຕ່າງໆຂອງກອງປະຊຸມ ໂດຍສະເພາະ ໄດ້ປະກອບຄໍາເຫັນໃນວາລະທີ 3 ກ່ຽວກັບ ການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອແກ້ໄຂຜົນກະທົບທາງດ້ານການປ່ຽນແປງດິນຟ້າອາກາດ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວພັນກັນ ເນື່ອງຈາກການຈັດຕັ້ງປະຕິບັດວຽກງານຕ່າງໆໃນປັດຈຸບັນ ແລະ ອະນາຄົດລ້ວນແຕ່ປະເຊີນກັບສິ່ງທ້າທາຍ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ການພັດທະນາຂອງບັນດາປະເທດດ້ອຍພັດທະນາ, ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະບັນດາປະເທດເກາະດອນນ້ອຍກຳລັງພັດທະນາ ລວມທັງ ສປປ ລາວ.

ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - 5 - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ
ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - 4 - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ
ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ - 3 - ສປປ ລາວ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອບັນລຸຄາດໝາຍແຫ່ງຊາດ