ລາວ-ຫວຽດນາມ ຫາລືຍົກລະດັບມູນຄ່າການຄ້າສອງຝ່າຍ ໃຫ້ເພີ່ມຂຶ້ນ 10% ໃນແຕ່ລະປີ

ໃນວັນທີ 16 ພຶດສະພາ 2023, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ 9 ທ່ານ ຈາກບັນດາອະນຸກຳມະການຮັບຜິດຊອບວຽກກະກຽມເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນກ່ຽວກັບການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ. ເຊິ່ງຄະນະຜູ້ແທນຈາກ ສປປ ລາວ ກໍໄດ້ບົດຮຽນສຳຄັນຫລາຍອັນ ຈາກ ສສ.ຫວຽດນາມ ໂດຍສະເພາະແມ່ນດ້ານເນື້ອໃນ, ດ້ານພິທີການ ແລະ ສະຖານທີ່, ດ້ານງົບປະມານ ແລະ ການຂົນຂວາຍ, ດ້ານຂ່າວສານ ແລະ ດ້ານປະຊາສຳພັນ….ໂດຍໄດ້ນຳມາຜັນຂະຫຍາຍການຈັດຕັ້ງປະຕິບັດໃນການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດອັນຈົບງາມ ໃນຕໍ່ຫນ້າຄືກັນກັບ ສສ.ຫວຽດນາມ.
ໂອກາດນີ້, ທັງສອງຝ່າຍ ໄດ້ຖືໂອກາດປຶກສາຫາລືແລກປ່ຽນກ່ຽວກັບຄວາມຄືບໜ້າ ແລະ ເປັນໄປໄດ້ໃນການຮ່ວມລົງນາມໃນສັນຍາການຄ້າສອງຝ່າຍທີ່ທັງສອງຝ່າຍໄດ້ຕົກລົງຈະປັບປຸງສັນຍາການຄ້າສອງຝ່າຍສະບັບປີ 2015, ຊຶ່ງການປັບປຸງໄດ້ເລີ່ມແຕ່ປີ 2020 ມາຮອດປັດຈຸບັນ, ທັງສອງຝ່າຍ ໄດ້ຕົກລົງເຫັນດີ ແລະ ພ້ອມທີ່ຈະດຳເນີນຂັ້ນຕອນພາຍໃນປະເທດ ເພື່ອຂໍສິດລົງນາມ ແລະ ຄາດວ່າການລົງນາມຈະເກີດຂຶ້ນໃນລະຫວ່າງເດືອນມິຖຸນາ ຫາ ເດືອນກໍລະກົດ 2023. ໃນໂອກາດການພົບປະຂອງການນຳຂັ້ນສູງລະດັບປະເທດ ຊຶ່ງທ່ານເລຂາທິການໃຫຍ່ ຂອງ ສສ.ຫວຽດນາມ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນໄລຍະດັ່ງກ່າວ.
ນອກນີ້, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການຍົກລະດັບມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10% ໃນແຕ່ລະປີ, ຊຶ່ງ ສປປ ລາວ ໄດ້ສະເໜີໃຫ້ມີການພົບປະ ແລະ ເຮັດວຽກນຳບັນດາກົມທີ່ກ່ຽວຂ້ອງຂອງຂະແໜງອຸດສາຫະກຳ ແລະ ການຄ້າທັງສອງຝ່າຍ ເພື່ອຮ່ວມກັນປຶກສາຫາລື ກ່ຽວກັບການຊຸກຍູ້ໃຫ້ມີການເພີ່ມມູນຄ່າທາງການຄ້າ ລາວ-ຫວຽດນາມ ຕາມຄາດໝາຍທີ່ໄດ້ວາງໄວ້.