ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ

ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - 347625089 969992047348576 860207837613943190 n - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ
ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - kitchen vibe - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ

ໃນລະຫວ່າງວັນທີ 15-16 ພຶດສະພາ ຜ່ານມາ, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບອົງການກວດສອບ ແລະ ກວດກາ ສ ເກົາຫຼີ ນຳໂດຍ ທ່ານ ແຊແຈ ແຮ (ChoeJaehae) ປະທານສະພາກວດສອບ ແລະ ກວດກາ ສ ເກົາຫຼີ ທີ່ນະຄອນຫຼວງເຊອຸນ ສ ເກົາຫຼີ ຊຶ່ງການເດີນທາງໃນຄັ້ງນີ້ທ່ານ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານອົງການກວດສອບແຫ່ງລັດ ໃນຫົວຂໍ້: ການເສີມສ້າງຄວາມເຂັ້ມແຂງດ້ານວຽກງານກວດສອບ” the Audit Capacity Building Programme ທີ່ສະຖາບັນກວດສອບ ແລະ ກວດກາ ສ ເກົາຫຼີ ພາຍໃຕ້ການສະໜັບສະໜູນຂອງສະຖາບັນຝຶກອົບຮົມກວດສອບ ແລະ ກວດກາ ສ ເກົາຫຼີ.

ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ຊຶ່ງໄດ້ແນໃສ່ ສືບຕໍ່ແລກປ່ຽນການຢ້ຽມຢາມພົບປະສອງຝ່າຍໃນລະດັບການນໍາຂັ້ນສູງ, ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເປັນຕົ້ນການແລກປ່ຽນບົດຮຽນກັບສະຖາບັນກວດສອບ ແລະ ກວດກາ ສ ເກົາຫຼີ, ການສ້າງຫຼັກສູດ, ປຶ້ມຕໍາລາການຮຽນ-ການສອນ, ການສ້າງພະນັກງານໃຫ້ເປັນຄູຝຶກ ແລະ ການຫັນວຽກງານກວດສອບເປັນທັນສະໄໝໂດຍນຳໃຊ້ເຄື່ອງມືເຕັກໂນໂລຊີ.

ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - Visit Laos Visit SALANA BOUTIQUE HOTEL - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ
ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - Visit Laos Visit SALANA BOUTIQUE HOTEL - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ

ໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະພາກວດສອບ ແລະ ກວດກາ ສ ເກົາຫຼີ ກໍຄືສະຖາບັນກວດສອບ ແລະ ກວດກາ ສ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ໃນໂອກາດດຽວກັນ,  ທ່ານແຊ ແຈ ແຮ (ChoeJaehae) ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ເປັນຕົ້ນການແລກປ່ຽນບົດຮຽນລະຫວ່າງສອງສະຖາບັນຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ ແລະ ເກົາຫຼີ, ສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານອົງການກວດສອບແຫ່ງລັດ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.

 

ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - 3 - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ
ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - 5 - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ
ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ - 4 - ແລກປ່ຽນບົດຮຽນການຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ-ເກົາຫຼີ ພ້ອມສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານ