ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ

ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ - 347546980 6063645327097585 8176830890184024384 n - ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ
ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ - kitchen vibe - ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈໍາວັນທີ 19 ພຶດສະພາ 2023 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກາລັງແຮງອ່ອນ ຫາ ປານກາງ, ສົມທົບ ກັບກະແສລົມຕາເວັນຕົກສຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຂຶ້ນຕື່ມອີກ, ພ້ອມມີຫມອກແຫ້ງປົກ ຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດແຕ່ເວລາ 7 ໂມງ ຂອງວັນທີ 19/05/2023 ຫາ ເວລາ 7 ໂມງຂອງວັນທີ 20/05/2023

ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ - Visit Laos Visit SALANA BOUTIQUE HOTEL - ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ
  • ພາກເໜືອດ້ານຕາເວັນອອກ: (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-35 ອົງສາ.
  • ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມ ມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-39 ອົງສາ.
  • ນະຄອນຫຼວງວຽງຈັນ: ອາກາດຮ້ອນເອົ້າ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 27-39 ອົງສາ.
  • ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວ ໄປໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 25-39 ອົງສາ.
  • ແຂວງໄຊສົມບູນ: ອາກາດຮ້ອນ, ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19- 32 ອົງສາ.
  • ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນ ຕອນກາງເວັນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 25-39 ອົງສາ.
  • ສໍາລັບ ເຂດພູພຽງບໍລະເວນ: ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 18-29 ອົງສາ.
ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ - 5 - ອາກາດຈະຮ້ອນອົບເອົ້າທົ່ວທຸກພາກ ສ່ວນເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!