ຮອງເຈົ້າຄອງ ນວ ເນັ້ນໃຫ້ຄະນະກຳມະການປ້ອງກັນ-ຄຸ້ມຄອງໄພພິບັດແຕ່ລະຂັ້ນ ເອົາໃຈໃສ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ

ໃນວັນທີ 17 ພຶດສະພາ 2023, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດກອງທຶນຄຸ້ມຄອງໄພພິບັດ ແລະ ຊຸກຍູ້ສ້າງກອງທຶນຄຸ້ມຄອງໄພພິບັດ, ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ (ນວ), ປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນວ.
ທ່ານ ນາງ ວິມາລາ ຄູນທະລັງສີ ຫົວໜ້າພະແນກຄວບຄຸມ ແລະ ຟື້ນຟູຫລັງໄພພິບັດ ກ່າວວ່າ: ດໍາລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ປະກອບມີທັງໝົດ 6 ໝວດ ແລະ 25 ມາດຕາ, ໂດຍດໍາລັດນີ້ໄດ້ກໍານົດເອົາຫລັກການ, ລະບຽບການກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອລະດົມທຶນ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ, ແນໃສ່ສະໜອງກອງທຶນໃຫ້ແກ່ການຊ່ວຍເຫລືອສຸກເສີນ, ການສ້ອມແປງພື້ນຖານໂຄງລ່າງທີ່ຈໍາເປັນ, ການຊອກຄົນ, ຄົ້ນຫາ ແລະ ກູ້ໄພ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ຫລື ດີຂຶ້ນກວ່າເກົ່າ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສໍາລັບຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ແມ່ນປະກອບມີ 10 ພາກ, 8 ໝວດ ແລະ 70 ມາດຕາ.
ພ້ອມນີ້, ທ່ານ ປະທານ ໄດ້ເນັ້ນໃຫ້ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຕ່ລະຂັ້ນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນເອົາໃຈໃສ່ຊຸກຍູ້ ແລະ ນໍາເອົາເນື້ອໃນດັ່ງກ່າວໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ບັນດານິຕິກໍາທີ່ກ່ຽວພັນກັບວຽກງານປ້ອງກັນ ແລະ ຄຸ້ມຄອງໄພພິບັດ ໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ເພື່ອປຸກລະດົມໃຫ້ເຂົາເຈົ້າເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ແລະ ເຮັດໃຫ້ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດກາຍເປັນວຽກງານທີ່ສໍາຄັນ-ຮີບດ່ວນຂອງທົ່ວສັງຄົມ.