WMO ເຕືອນອຸນຫະພູມທົ່ວໂລກ ຈະຮ້ອນຂຶ້ນເປັນສະຖິຕິໃໝ່ໃນອີກ 5 ປີຕໍ່ໜ້າ
May 19, 2023 - 11:14 AM

ສຳນັກຂ່າວຕ່າງປະເທດລາຍງານ: ອົງການ ອຸຕຸນິຍົມໂລກ (WMO) ໄດ້ເຕືອນວ່າ: ອຸນຫະພູມໃນທົ່ວໂລກ ອາດຈະເພີ່ມຂຶ້ນເຖິງລະດັບສະຖິຕິໃໝ່ໃນໄລຍະແຕ່ ປີ 2023 – 2027 ຫລື ອີກ 5 ປີຕໍ່ໜ້າ ຍ້ອນສະພາບອາຍພິດເຮືອນແກ້ວ ແລະ ສະພາບການ ເອລນີໂນ(El Nino) ເກີດຂຶ້ນ. ຫລັງຈາກອຸນຫະພູມ ທົ່ວໂລກ ໃນປີກາຍ ສູງກ່ວາ 1,15 ອົງສາເຊ ເມື່ອທຽບໃສ່ ລະດັບສະເລ່ຍ ຂອງຊຸມປີ 1850 –1900.ໃນໂອກາດນີ້ ທ່ານ Petteri Taalas, ເລຂາ ທິການໃຫຍ່ WMO ໃຫ້ຮູ້ວ່າ: ບົດລາຍງານນີ້ ບໍ່ໝາຍ ຄວາມວ່າອຸນຫະພູມໜ່ວຍໂລກ ຈະເກີນລະດັບ 1,5 ອົງສາເຊ ຄືດັ່ງທີ່ໄດ້ວາງອອກ ໃນສັນຍາປາຣີ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ. ແຕ່ເຖິງຢ່າງໃດ ກໍ່ຕາມ, WMO ພວມກ່າວເຕືອນວ່າລະດັບອຸນຫະພູມ ໜ່ວຍໂລກຈະ “ເກີນ” ລະດັບ 1,5 ອົງສາເຊ ເປັນຊົ່ວຄາວ ແລະ ນັບມື້ນັບເພີ່ມສູງຂຶ້ນ ອີກ.