ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ - 348304829 6895285847153559 6553090676627389076 n - ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ - kitchen vibe - ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ວັນທີ 19 ພຶດສະພາ 2023 ຜ່ານມາ, ຢູ່ທີ່ກອງບັນຊາການທະຫານນະຄອນຫລວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫລວງວຽງຈັນ ກັບຄືນສູ່ປະເທດ 1 ອັດຖິ ໂດຍມີ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ, ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງຮ່າຕິ້ງ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນ ຊາການທະຫານນະຄອນ ຫລວງວຽງຈັນ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ພາກສ່ວນຕ່າງໆກໍໄດ້ເຂົ້າວາງພວງມາລາ ປະກອບມີ: ມີຄະນະປະຕິບັດງານພິເສດນະຄອນ ຫລວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິ້ງ, ຫ້ອງການທີ່ປຶກສາທູດທະຫານຫວຽດນາມປະຈໍາລາວ, ກອງບັນຊາການທະຫານນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ພະແນກແຮງງານ-ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ກອງບັນຊາການທະຫານເມືອງໄຊທານີ ແລະ ກອງບັນຊາການທະຫານທະຫານເມືອງສີໂຄດຕະບອງ ເພື່ອເປັນການ ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.
ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະ ປະຕິບັດງານພິເສດລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນລະ ຫວ່າງ ຄະນະປະຕິບັດງານພິເສດຂອງທະຫານນະຄອນຫລວງວຽງຈັນ ກັບ ຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ເລີ່ມມາແຕ່ປີ 2000 ເຖິງປີ 2022 ສາມາດຂຸດຄົ້ນ ໄດ້ 127 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ, ສະເພາະປີ 2023 ນີ້, ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດນັບແຕ່ເດືອນ ມີນາ ຫາເດືອນ ເມສາ ສາມາດຂຸດຄົ້ນໄດ້ຕົວຈິງ 1 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ ແລະ ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງຮ່າຕິ້ງ ກໍໄດ້ລົງນາມເຊັນສັນຍາມອບ-ຮັບເຊິ່ງກັນ ແລະ ກັນ ໂດຍມີການນໍາທັງສອງຝ່າຍ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ ແລະ ໄດ້ຈັດສົ່ງອັດຖິຂອງທະຫານອາສາສະໝັກກັບຄືນປະເທດຢ່າງສົມກຽດ.
ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ - 3 - ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ - 4 - ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ - 5 - ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ